Ø ຊຽງຫມ້ຽງ
ເຊົ້າຫນຶ່ງ ພຽງຢ່າງຍ້າຍ ເລາະທົ່ງຄົນດຽວ
ຫາປູປາ ຢູ່ຫນອງແຄມບ້ານ
ຍາມນັ້ນ
ຊຽງແສນຮ້ອນ ຊອນເຊົາຊົ້ນຮົ່ມ
ແດດແກ່ກ້າ ນອນກ້ອງຮົ່ມໄຮ
ພໍເມື່ອ ຫຼັບເຊື້ອບແລ້ວ ຈວນຈື່ຄວາມຝັນ
ສຽງໂຮແຊວ ລັ່ນລືດັງກ້ອງ
ຂະບວນນ້ໍາ ເດິນມາຕາມທົ່ງ
ພະຍາ ລົງຈາກມ້າ
ຈາຕ້ານຕໍ່ຊຽງ
ຊຽງເອີຍ
ຄັນແມ່ນເຈົ້າ ເລ້ລ່ຽມຫຼັກແຫຼມ
ລອງຕົວະ
ລູ່ລົງຫນອງນ້ຳຄັນວ່າ
ໂຕຕົວະໄດ້ ຊັບສິນມີຄ່າ
ຍໍຍົກໃຫ້ ໄປບ້ານບໍ່ຂີນ ດອກນາ
ແຕ່ນັ້ນ
ຊຽງກ່າວຕ້ານ
ຈາຕໍ່ພະຍາເມືອງ
ຂໍອາໄພອົງ ພໍ່ພະຍາເປັນເຈົ້າ
ແນວຮຽມນີ້ ຕົວະລົງເລີງຍາກ
ແຕ່ຫາກ ຕົວະທ່ານຂື້ນ ຄົງໄດ້ງ່າຍດາຍ
ທ່ານເອີຍ
ພະຍາ ບໍ່ຊັກຊ້າ ລຸຍລູລົງຫນອງ
ເຫຼືອບຕາແນມ ບອກຊຽງຕົວະຂື້ນ
ແຕ່ແລ້ວ ຊຽງຫົວຍຸ້ມ
ເສີຍເມີຍເວົ້າວ່າ
ຕົວທານ ລົງຮຽບຮອຍ ຊິນອນຫັ້ນ ກະຊ່າງຕາມ
SIPASERT
ไม่มีความคิดเห็น:
แสดงความคิดเห็น