·
ສິ່ງທີ່ດີ ແລະ ຊົ່ວ
ຍັງມີຊາຍຍາກໂຮ້ ອາໄສຢູ່ກັບພະຍາ
ເປັນຄົນເຮັດເຂົ້າປາ ຄົວອາຫານ ຮັບໃຊ້
ເປັນຄົນແຕ່ງກິນໃຫ້ ແກງນວຂົ້ວອ້ອມ
ມ້ຽນເຮືອນຊານພໍ່າພ້ອມ ແລງເຊົ້າຢູ່ປະຈໍາ
ຕົກມາມື້ນຶ່ງນນ ພະຍາສັ່ງລາຍການ
ສັ່ງໃຫ້ເຮັດອາຫານ ສິ່ງດີໆມາໃຫ້
ສ່ວນວ່າຊາຍຍາກໄຮ້ ຄິດຫຼາຍຈົນຫົວປິ່ນ
ຈຶ່ງເລືອກເອົາແຕ່ລີ້ນ ຫົວໃຈອີກຕື່ມກັນ
ສອງສາມວັນຜ່ານພົ້ນ ພະຍາສັ່ງອີກທີ
ມື້ກ່ອນ ອາຫານດີ ມີຫົວໃຈກັບລີ້ນ
ຍັງບໍ່ທັນສຸດສິ້ນ ຂ້ອຍຢາກກິນ ແນວຊົ່ວໆ
ໃຫ້ເຈົ້າໄປຄົ້ນຄວ້າ ຫາມາໃຫ້ ວ່ອງໄວ ...ແດ່ເດີ
ບໍ່ນານຄົນຮັບໃຊ້ ຍໍຍື່ນມາຖວາຍ
ມີດາດລີ້ນກັບຫົວໃຈ ຍື່ນ ຊາມເຄນໃຫ້
ພະຍາເລີຍກ່າວຮ້າຍ ເອົາຄືນໄປອາຫານເກົ່າ !
ບອກເອົາສິ່ງຊົ່ວຮ້າຍ ຄືເອົາໃຫ້ ສິ່ງທີ່ດີ ອີກນໍ !
ຄົວ ເລີຍກ່າວຊີ້ ຂານຕໍ່ອົງພະຍາງ
ລີ້ນນີ້ແລ້ວນໍາພາ ສິ່ງຊົ່ວຊາມອົງເຈົ້າ ?
ລີ້ນມັນພາເຮົາເວົ້າ ທັງຄວາມດີແລະຄວາມຊົ່ວ
ອີກທັງຄິດຊົ່ວ ດີຮ້າຍກໍແມ່ນໃຈ... ຫັ້ນເດ
Ø ບົດຄວາມກ່ຽວກັບ
"ສິ່ງເສບຕິດ"
ເພື່ອໃຫ້ປະຊາຊົນພໍ່ແມ່ຜູ້ປົກຄອງຄໍານຶງເຖິງຜົນ ຮ້າຍແລະໂທດຂອງຢາເສບຕິດ. ພໍ່ແມ່ຄວນຊ່ວຍກັນຄຸ້ມຄອງສ້າງຄວາມຮັກ ຄວາມອົບອຸ່ນໃຫ້ແກ່ລູກແລະຄອບຄົວ,ເພື່ອ ເປັນການບໍ່ໃຫ້ເດັກນ້ອຍເຍົາວະຊົນພົວພັນກັບຢາເສບຕິດ.
- ປັດຈຸບັນມີຄົນຕິດຢາກເສບຕິດເປັນຈໍານວນຫຼາຍໂດຍສະເພາະໃນກຸ່ມເຍົາວະຊົນແລະຊາວຫນຸ່ມ ແລະຈະເຫັນຫຼາຍທີ່ສຸດໃນກຸ່ມເດັກນ້ອຍທີ່ມີອາຍຸປະມານ11-13ປີ ສາເຫດຍ້ອນຖືກຫມູ່ຊັກຊວນໃຫ້ລອງ ດ້ວຍຄວາມຢາກຮູ້ຢາກ ເຫັນແລະສາເຫດອັນສໍາຄັນອີກປະການຫນຶ່ງກໍຄື ການຂາດ ຄວາມອົບອຸ່ນຈາກຄວາມຄົວປັນຫາພໍ່ແມ່ຢ່າຫ້າງກັນ ໃນ ຄວາມຄົວມີການຜິດຖຽງກັນ ພໍ່ແມ່ບໍ່ສົນໃຈເບິ່ງແຍງຫຼືບໍ່ສາມາດເປັນທີ່ເພິ່ງໃຫ້ເດັກໄດ້ ເດັກນ້ອຍກໍອາດຈະເກີດຄວາມນ້ອຍໃຈຄິດຫຼາຍ ບໍ່ມີທີ່ປຶກສາໃນເລື່ອງຕ່າງໆ ເລີຍຫັນໄປເພິ່ງຢາເສບຕິດ.ປັນຫາຂອງຢາເສບຕິດເປັນບັນຫາທີ່ໃຫຍ່ ແລະ ຮ້າຍແຮງຕໍ່ກັບຄອບຄົວ ສັງຄົມແລະປະເທດຊາດ. ນອກຈາກມັນບໍ່ມີຜົນດີຫຍັງແລ້ວ ມັນຍັງທໍາຮ້າຍໂຕຂອງເຮົາ ເອງທໍາຮ້າຍສຸຂະພາບທັງທາງຮ່າງກາຍແລະຈິດໃຈອີກດ້ວຍ. ຢາເສບຕິດມີຫຼາຍຊະນິດເຊັ່ນ: ຝຸ່ນ,ຢາໄອ,ເຮໂລອິນ,ກັນຊາ,ຢາບ້າ,ຢາອີ,ຢາກະຕຸ້ນປະສາດແລະອີກຫຼາຍຊະນິດ ແຕ່ລະຊະນິດລ້ວນແຕ່ກໍໃຫ້ເກີດຜົນຮ້າຍຕໍ່ສຸຂະພາບ.ຢາເສບຕິດມັນໄດ້ເຮັດໃຫ້ສຸຂະພາບຊຸດໂຊມອ່ອນແອ,ຄວາມຈໍາເສື່ອມ,ເສຍບຸກຄະລິກກະພາບ,ເປັນບ້າເສຍຈິດ ແລະສົ່ງຜົນ ຮ້າຍແຮງເຖິງຂັ້ນເສຍຊີວິດ.ຢາເສບຕິດນອກຈາກຈະເປັນການແກ້ໄຂບັນຫາດັ່ງກ່າວໂດຍການປາບປາມ ປ້ອງກັນ ບໍ່ ແມ່ນແຕ່ເປັນຫນ້າທີ່ຂອງຕໍາຫຼວດ=ທະຫານ ພຽງຢ່າງດຽວທີ່ຈະສາດມາດຢຸດລະງັບທຸກຢ່າງໄດ້ ແຕ່ມັນເປັນຫນ້າທີ່ຂອງທຸກໆຄົນໃນປະເທດທີ່ຈະຊ່ວຍກັນປົກປັກຮັກສາແລະປ້ອງກັນໃຫ້ ເຖິງທີ່ສຸດ.ແຕ່ການປາບປາມກໍເປັນພຽງການແກ້ບັນຫາສຸກ ເສີນເທົ່ານັ້ນການແກ້ບັນຫາທີ່ຕົ້ນເຫດຄືການປ້ອງກັນຢາ ເສບຕິດ ໂດຍການເຜີຍແພ່ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍແລະ ໂທດຂອງຢາເສບຕິດ ໃຫ້ແກ່ປະຊາຊົນ ຄູອາຈານ ພໍ່ແມ່ ຜູ້ປົກຄອງເດັກແລະເຍົາວະຊົນ ໂດຍສະເພາະພໍ່ແມ່ຜູ້ປົກຄອງຈະຕ້ອງເອົາໃຈໃສ່ລູກຫຼານຂອງຕົນເອງໃຫ້ເຖິງທີ່ສຸດ ໃຫ້ຄວາມ ຮັກຄວາມອົບອຸ່ນແກ່ຄອບຄົວເປັນທີ່ເພິ່ງຂອງເດັກໄດ້ ເມື່ອ ເດັກມີປັນຫາ ເຮົາຊ່ວຍແກ້ປັນຫາເປັນທີ່ປຶກສາໃຫ້ເດັກໃຊ້ ເຫດຜົນ ບໍ່ຄວນໃຊ້ອາລົມເປັນຫລັກ ເພາະຖ້າຫາກເຮົາໃຊ້ອາລົມເດັກນ້ອຍອາດຈະຍິ່ງຄິດຫຼາຍ ມີຄວາມນ້ອຍເນື້ອຕໍາໃຈ ກຸ້ມໃຈແລະຫນີອອກຈາກບ້ານເຮືອນໄປເພິ່ງຢາເສບຕິດແລະ ເສຍອະນາຄົດໃນທີ່ສຸດ.ດັ່ງຄໍາເວົ້າຄໍາຫນຶ່ງທີ່ວ່າ"ເຍົາວະຊົນ ຄືອະນາຄົດຂອງຊາດ ຢ່າໃຫ້ຕົກເປັນທາດ ຂອງຢາເສບຕິດ".ເພາະສະນັ້ນເຮົາຄວນຫຼີກລ້ຽງບໍ່ເຂົ້າໄປຍຸ້ງກ່ຽວກັບມັນ ສິ່ງເຫຼົ່ານີ້ມີແຕ່ໃຫ້ໂທດແກ່ຄົນເຮົາຍັງນໍາພາຄວາມວຸ້ນວາຍ ມາໃຫ້ສັງຄົມແລະປະເທດຊາດອີກດ້ວຍ.ເຮົາຄວນຫັນປ່ຽນ "ເສຍເຫື່ອ ໃຫ້ກິລາ ດີກວ່າເສຍນໍາ້ຕາໃຫ້ຢາເສບຕິດ".
ไม่มีความคิดเห็น:
แสดงความคิดเห็น