ຂ່າວສານ

 

ຫົວບົດ: "ຜົນເສຍຂອງໂຄວິດ-19ຕໍ່ໂລກມະນຸດ"

ໂຄວິດ-19ແມ່ນພະຍາດເຊື້ອຈຸລາໂລກສາຍພັນໃຫມ່ທີ່ເກິດມາຈາກເຊື້ອໄວຣັດໂຄໂຣນາການແພ່ລະບາດຂອງພະຍາດນີ້ ໄດ້ກາຍເປັນບັນຫາລະດັບຊາດແລະລະດັບໂລກ. ເຊິ່ງມັນໄດ້ສົ່ງຜົນກະທົບເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ມະນຸດໂລກ ເປັນ ຕົ້ນກໍ ແມ່ນເຮັດໃຫ້ຜູ້ຄົນລົ້ມຕາຍເສຍຊີວິດໄປຢ່າງຫນ້າສົງສານການສ້າງສາພັດທະນາເສດຖະກິດຂອງບາງປະເທດກໍໄດ້ຫຼດຫນ້ອຍຖອຍລົງແລະການໄປມາຫາສູ່ຕິດຕໍ່ສື່ສານພົວພັນແລກປ່ຽນເຊິ່ງກັນແລະກັນລະຫວ່າງປະເທດຕໍ່ປະເທດກໍ່ຕ້ອງໄດ້ ພົບກັບຄວາມທຸກຍາກລໍາບາກຫຼາກຫຼາຍປະການ ຈົນກະທັ້ງທ່ານຜູ້ນໍາຂອງແຕ່ລະປະເທດຕ້ອງໄດ້ອອກມາດຕະການເຂັ້ມງວດເພື່ອປ້ອງກັນການແຜ່ລະບາດຈາກຄົນສູ່ຄົນ ຫຼີກລ້ຽງພະຍາດດັ່ງກ່າວໂດຍການໃຫ້ກັກຕົວຢູ່ບ້ານ ບໍ່ໃຫ້ຫຼິ້ນກິນຊຸ່ມແຊວເຮຮາມ່ວນຊື່ນຕາມລໍາພັງໃຈຕົວເອງ ຫ້າມເດີນທາງໄປຕ່າງປະເທດໃຜທີ່ຕີດເຊື່ອຫ້າມແພ່ເຊື້ອໃຫ້ຜູ້ອື່ນດ້ວຍຄວາມ ນ້ອຍໃຈແລະຄວາມຕັ້ງໃຈຂອງຕົນເອງຖ້າໃຜຝ່າຝືນແມ່ນຕ້ອງໄດ້ຮັບການລົງໂທດຕາມຄໍາສັ່ງທີ່ກໍານົດໄວ້.ໄວຣັດໂຄໂຣນາແຕ່ເດີມແມ່ນເກີດແລະຄົ້ນພົບທໍາອີດຢູ່ໃນຊ່ວງປີ1960ແຕ່ກໍ່ຍັງບໍ່ຮູ້ກົກປາຍສາເຫດຢ່າງຊັດເຈນແຫຼ່ງທີ່ ມາຂອງໄວຣັດດັ່ງກ່າວວ່າມາຈາກສາເຫດໃດກັນແທ້ມັນເປັນໄວຣັດທີ່ສາມາດຕິດເຊື້ອໄດ້ທັງຄົນແລະສັດ. ປັດຈຸບັນນີ້ ໄດ້ ຄົ້ນພົບແລ້ວມີ6ສາຍພັນສ່ວນສາຍພັນທີ່ກໍາລັງແພ່ລະບາດໄປຫຼາຍທົ່ວປະເທດແມ່ນສາຍພັນທີ່ຍັງບໍ່ເຄີຍພົບມາກ່ອນ ຄືສາຍພັນທີ່7 ຈຶ່ງເອີ້ນວ່າ:ໄວຣັດໂຄໂຣນາສາຍພັນໃຫມ່ແລະຕໍ່ມາອົງການອະນາໄໂລກ(WHO)ຈຶ່ງໄດ້ຕັ້ງຊື່ຢ່າງເປັນທາງການວ່າ:ໂຄວິດ-19 ໃນພາສາອັງກິດແມ່ນ Covid-19ເຊິ່ງຫຍໍ້ມາຈາກ Coronavirus disease starting in 2019. ເຫດຜົນທີ ຕັ້ງຊື່ເປັນcovid-19ນີ້ ກໍເພາະວ່າມັນໄດ້ແພ່ລະບາດຂຶ້ນອີກຄັ້ງໃນເດືອນທັນວາ ປີ2019 ທີ່ເມືອງອຸ່ຫັນ ປະເທດຈີນແລະ ມີການລະບາດໃຫຍ່ສົ່ງຜົນກະທົບໄປສູ່ຫຼາຍປະເທດໃນໂລກ.

-ສໍາລັບຜູ້ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດນີ້ຂຶ້ນກັບສຸຂະພາບພູມຕ້ານທານຂອງແຕ່ລະບຸກຄົນວ່າແຂງແຮງຫຼາຍພຽງໃດຖ້າພູມຕ້ານທານຂອງຮ່າງກາຍຕໍ່າກມີຜົນສ່ຽງຢ່າງສູງຕໍ່ການຕິດເຊື້ອໂດຍສະເພາະກໍ່ແມ່ນຜູ້ສູງອາຍຸ, ເດັກນ້ອຍ(ແຕ່ກໍ່ບໍ່ມີອາການຮຸນແຮງຄືຜູ້ສູງອາຍຸ), ຄົນທີ່ມີພະຍາດປະຈໍາຕົວ(ໂລກເບົາຫວານ ໂລກຫົວໃຈ ໂລກປອດ), ຄົນ ທີ່ມີນໍ້າຫນັກເກີນມາດຕະຖານ(ຄົນອ້ວນ),ຜູ້ທີ່ເດີນທາງໄປໃນປະເທດທີ່ມີຄວາມສ່ຽງ(ຈີນເກົາຫຼີໃຕ້ ຍີ່ປຸ່ນ ອີຕາລີ ສະຫະລັດ ອາເມລິກາ ສິງກະໂປແລະປະເທດອື່ນໆ), ຜູ້ທີ່ຕ້ອງເຮັດວຽກງານຮັກສາຜູ້ປ່ວຍຕິດເຊື້ອພະຍາດດັ່ງກ່າວ(ຫມໍ ແພດ),ຜູ້ເຮັດ ອາຊີບທີ່ໄດ້ພົບປະກັບຄົນຕ່າງຊາດ(ຄົນຂັບລົດໂດຍສານ ສາຍການບິນ ການຂົນສົ່ງທາງເຮືອ)...ໃນເບື້ອງຕົ້ນສໍາລັບຜູ້ທີ່ມີ ອາການຜິດປົກກະຕິດັ່ງຕໍ່ໄປນີ້: ເຈັບຄໍ, ວິນຫົວ, ເປັນໄຂ້,ໄອແຫ້ງ, ຫ າຍໃຈລໍາບາກ.ເມື່ອຫາກມີອາການດັ່ງກ່າວແລ້ວຄວນ ໄປພົບແພດໂດຍດ່ວນເພື່ອກວດກາຢ່າງລະອຽດຄວນບອກຕາມຄວາມຈິງທີ່ອາການຕົນເອງເປັນຢູ່ ຢ່າໄດ້ປິດບັງຄວາມລັບໃດໆທັງສິ້ນຖ້າຕົນເອງຕິດເຊື້ອແລ້ວແລະຢ່າຄິດແພ່ເຊື້ອເພື່ອຫວັງຈະທໍາລາຍໃຫ້ຜູ້ອື່ນຕິດຕໍ່ຈາກຕົວເອງໄປນໍາເດັດຂາດອີກປະການຫນຶ່ງແມ່ນຈະມີຜົນດີຢ່າງຫຼວງຫຼາຍໃຫ້ແກ່ເເພດຫມໍທີ່ຈະວິໄຈຄົ້ນຄວ້າຫາວັກຊີນປິ່ນປົວໄດ້ຢ່າງຖືກຕ້ອງ.ກໍ່ລະນິ ຖ້າຫາກເດີນທາງກັບມາຈາກປະເທດທີ່ສ່ຽງຄວນກັກຕົວຕົນເອງຕາມມາດຕະການຄໍາສັ່ງຂອງພັກ-ລັດກໍານົດໄວ້ໃຫ້ໄດ້14ມີຫຼືຫຼາຍກວ່ານັ້ນ ເພື່ອໃຫ້ຜານຊວງເຊື້ອຝັກຕົວຫຼືສະແດງອາການ.ພະຍາດດັ່ງກ່າວແມ່ນມີຄວາມອັນຕະລາຍຢ່າງໃຫຍ່ຫຼວງໃຫ້ແກ່ຄົນເຮົາ.ສະນັ້ນ, ພວກເຮົາຄວນຫຼີກເວັ້ນເພື່ອປ້ອງກັນພະຍາດເຊື້ອໄວຣັດສາຍພັນໃຫມ່ນີ້ບໍ່ໃຫ້ມັນເຂົ້າໄປແຊກແຊງທໍາລາຍຮ່າງກາຍຂອງພວກເຮົາໄດ້ໂດຍການປະຕິບັດຕົນເອງຄື:ຫຼີກລ້ຽງການເຮັດກິດຈະກໍາຮ່ວມກັບຫຼາຍຄົນສະຖານທີ່ແອອັດຫຼືການຢູ່ໃກ້ຊິດກັບຜູ້ປ່ວຍມີອາການໄອ ຈາມ ນ້ໍາມູກໄຫຼ ເປັນຫອບຫືດເຈັບຄໍ; ບໍ່ຄວນເດີນທາງໄປປະເທດທີ່ມີການແພ່ລະບາດ; ໃສ່ຜ້າປິດປາກທຸກຄັ້ງກອນໄປສະຖານທີ່ສາທາລະນະ. ລະມັດລະຫວັງການເອົາມືສ່ເຜັດບ່ອນທີ່ບໍ່ສະອາດລວມເຖິງບ່ອນແລະສິ່ງຂອງທີ່ຄົນມັກກົດແລະຈັບເພາະ ອາດມີເຊື້ອພະຍາດຕິດຄ້າງຢູ່ເຊັ່ນ:ໂຕະ-ຕັ້ງທີ່ ນັ່ງບ່ອນມີຄົນຫຼ າຍ, ປຸ່ມກົດລິບ, ປຸ່ມກົດຕູ້ATM, ເງິນ, ບ່ອນເປີດ-ປິດປະຕູໃນ ລົດ, ກ໊ອກນໍ້າ...ເມື່ອກົດຫຼືຈັບແລ້ວຢ່າໄດ້ເອົາມືມາສໍາຜັດອະໄວຍະວະຕ່າງໆບົນໃບຫນຶ່ງແລະເຄື່ອງຂອງບໍ່ວ່າຈະເປັນ ກະເປົ່າ ເງິນ ໂທລະສັບແລະອື່ນໆ.ເຮົາຄວນລ້າງມືທໍາຄວາມສະອາດໂດຍການລ້າງມືໃສ່ສະບຸ໋ ແລະເຫຼົ້າທີ່ມີຄວາມເຂັ້ມຂຸ້ນ75% ເພື່ອຂ້າເຊື້ອຢ່າໄດ້ຈັບປາກ ຕາ ດັງ ເມື່ອມີບໍ່ສະອາດ. ໂຮງຫມໍຫຼືສະຖານທີ່ມີຄົນຫຼາຍແມ່ນມີຄວາມສ່ຽງຢ່າງຍິ່ງ ເມື່ອມີຄວາມຈໍາເປັນຕ້ອງໄດ້ໄປແມ່ນຕ້ອງຮູ້ຈັກປ້ອງກັນຕົນເອງເຫມືອນດັ່ງທີ່ກ່າວມາຂ້າງເທິງນັ້ນ, ເມື່ອເວົ້າເຖິງອາຫານການກິນແລ້ວຄວນຮັບປະທານແລະດື່ມເມື່ອມັນຍັງຮ້ອນແລະອຸ່ນ ບໍ່ຄວນຮັບປະທານຊີ້ນສັດທີ່ຫາໄດ້ຍາກແລະແປກປະຫຼາດເປັນຕົ້ນກໍ່ແມ່ນ:ໂຕເຈ້ຍ.. - ທຸກຄັ້ງເມື່ອວ່າດ້ວຍເລື່ອງຂອງພະຍາດໂຄວິດ-19 ແລ້ວແມ່ນຫນ້າໂສກເສົ້າແລະເສຍໃຈຫຼາຍເພາະວ່າມັນໄດ້ ທໍາລາຍລ້າງປະຊາກອນໂລກໄປຢ່າງໄຮ້ຄວາມເມດຕາປານີຢ່າງບໍ່ຫນ້ອຍໃນແຕ່ລະມື້, ປັດຈຸບັນນີ້

ມີຜູ້ຕິດເຊື້ອທັງຫມົດ ແມ່ນ11,6ລ້ານຄົນ,ປິ່ນປົວຫຼາຍດີ6,33ລ້ານຄົນ,ເສຍຊີວິດ5,39ແສນຄົນແລະມັນຍັງມີແນວໂນ້ມທີ່ຍັງຈະຕິດຕໍ່ໄປອີກ ເລື້ອຍໆ ຖ້າທຸກຄົນບໍ່ຮ່ວມແຮງຮ່ວມໃຈກັນສະກັດກັ້ນປົກປ້ອງຕົນເອງແລະຄົນອ້ອມຂ້າງ.ໃນວັນທີ່ 26 ມີນາ2020ທີ່ຜ່ານມາ ສະຖານທູດຈີນ ປະຈໍາຢູ່ລາວໄດ້ເຜີຍໃຫ້ຮູ້ວ່າ:ລັດຖະບານ ສ ປ ຈີນໄດ້ສະຫນອງຢາກວດເຊື້ອໂຄວິດ-19ຈໍນວນ22,016ິດ,ຊຸດ. ປ້ອງກັນ5000ຊຸດ,ຜ້າປິດປາກN95ຜ້າປິດປາກການແພດທໍາມະດາຈໍານວນ4ແສນອັນ.ໂດຍການຂຽນຄໍາເວົ້າຜ່ານຕົວອັກສອນທີ່ຫນ້າປະທັບໃຈຢ່າງຫຼວງຫຼາຍໃຫ້ແກ່ປວງຊົນລາວທັງຊາດວ່າ:"ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະກັນ ຜ່ານຜ່າຄວາມ ຫຍຸ້ງຍາກໄປດ້ວຍກັນສ້າງຄູ່ຮ່ວມຊະຕາກໍາລາວ-ຈີນຮ່ວມກັນ" ຖືວ່າເປັນຄໍາເວົ້າທີ່ເລິກເຊິ່ງສະທ້ອນເຖິງນ້ໍາໃຈອັນບໍລິສຸດແລະສວຍງາມຂອງລັດຖະບານຈີນກໍຄືປະຊາຊົນຈີນທັງຊາດທີ່ມີຕໍ່ປວງຊົນລາວເຮົາທົ່ວປະເທດ. - ເມື່ອເວົ້າເຖິງເສດຖະກິດຂອງແຕ່ລະປະເທດແລ້ວແມ່ນມີຄວາມຫນ້າເປັນຫ່ວງຢ່າງຍິ່ງເພາະການຈະພັດທະນາປະເທດຊາດໄດ້ນັ້ນ ຖ້າເສດຖະກິດຕົກຕໍ່າກໍ່ປຽບເຫມືອນດັ່ງຕົ້ມນ້ໍາບໍ່ມີໄຟເປັນຕົ້ນກໍ່ແມ່ນປະເທດລາວເຮົາປະຊາຊົນລາວ ສ່ວນຫຼາຍແມ່ນຍັງເຮັດອາຊີບເປັນຊາວກະສິກອນປູກຝັງ-ລ້ຽງສັດ ຄ້າຂາຍ ການບໍລິການ ເຫຼົ່ານີ້ເປັນຕົ້ນ. ເມື່ອມີການປິດ ດ່ານປິດປະເທດຄົນພາຍໃນຫ້າມອອກຄົນນອກ ຫ້າມເຂົ້າ ກໍແນ່ນອນເລີຍວ່າຜົນຜະລິດທີ່ຈະສົ່ງຂາຍ-ນໍາເຂົ້າຈາກຕ່າງປະເທດກໍ່ຈະບໍ່ໄດ້ຂາຍແລະຊິ້ຕໍ່;ດ້ານການບໍລິການແລະການຂົນສົ່ງສາຍການບິນອັນໄດ້ເຮັດໃຫ້ຊາວຕ່າງຊາດທີ່ໄດ້ເຂົ້າມາ ທ່ອງທ່ຽວໃນລາວ ຊື້ ກິນ ພັກຜ່ອນ ທ່ຽວຊົມສະຖານທີ່ຕ່າງໆກໍຫຼຸດຫນ້ອຍໄປໃນແຕ່ລະມື້; ອັນໄດ້ເຮັດໃຫ້ເສດຖະກິດຂອງລາວຫຼຸດລົງຢ່າງກະໂດດຂັ້ນ ຂາດລາຍໄດ້ຈາກບຸກຄົນສູ່ປະເທດຊາດ.

ຄົນເຮົາແຕ່ລະຄົນມີຄວາມຄິດການກະທໍາທີ່ດີແລະມີຈຸດອ່ອນທີ່ແຕກຕ່າງກັນໄປ ແຕ່ການທີ່ຄົນເຮົາເສບຂ່າວໃນສັງຄົມໂລກອອນໄລໄດ້ຢ່າງມີສະຕິແມ່ນມີຜົນດີຫຼາຍໃຫ້ແກ່ຕົນເອງແລະຄົນອ້ອມຂ້າງຖ້າເຮົາຫາກເປັນຄົນຫູເບົ້ງເອົາໃຈງ່າຍຕໍ່ ການເສບຂ່າວແນ່ນອນເລີຍວ່າຈະຕ້ອງຕົກເປັນທາດຂອງມັນ.ຄືດັ່ງໃນເດືອນ2ປີ2020ທີ່ຜ່ານມາມີຂ່າວໃນເຟດຸກໄດ້ສ້າງຄວາມແຕກຕື່ນໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທີ່ຮູ້ຂ່າວບໍ່ເຖິງການວ່າກິນໄຂ່ແມ່ນສາມາດຕ້ານແລະປິ່ນປົວພະຍາດໂຄວິດ-19ໄດ້ ຕ່າງຄົນຕ່າງໄປຊື້ໄຂ່ຈົນລາຄາໄຂ່ຂຶ້ນບາງແຂວງພໍ່ເຖົ້າແມ່ເຖົ້າກໍ່ໄດ້ເອົາໄປໄຫວ້ສັກກາລະບູຊາໃຫ້ໄຂ່ປົກປັກຮັກສາເບິ່ງແຍງຄຸ້ມຄອງເຂົາເຈົ້າ. ບາງຄົນກໍ່ໄດ້ຍາດແຍ່ງກັນຊື້ທໍາລາຍເຄື່ອງຂອງທີ່ຂາຍຕາມຫ້າງຮ້ານຕ່າງໆເພື່ອກັກຕຸ້ນອາຫານແລະຊີ້ ນໍ້າມັນລົດເອົາໄວ້ຈົນຫ້າງສັບພະສິນຄ້າແຕກຊະຊາຍແລະຖະຫນົນຫົນທາງແອອັດ, ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມຕັນຫາພາໂລຄວາມເປິເປື້ອນຂອງກຸ່ມຄົນບາງກຸ່ມທີ່ຄິດເຫັນແຕ່ຜົນປະໂຫຍດສ່ວນຕົວບໍ່ຖືກຕາມກາລະເທສະບໍ່ຄໍານຶງເຖິງ ຜົນປະໂຫຍດສ່ວນລວມ. ສະນັ້ນ, ທຸກຄົນບໍ່ຄວນເອົາເປັນແບບຢ່າງທີ່ບໍ່ດີເຫຼົ່ານີ້ມາຫມູນໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນເດັດຂາດ.

- ຈາກຫຼັກຖານທີ່ໄດ້ອ້າງອີງມາຂ້າງເທິງນີ້ແມ່ນສິ່ງທີ່ຄົນເຮົາທຸກຄົນບໍ່ຕ້ອງການໃຫ້ມັນເກີດແລະບໍ່ຢາກໃຫ້ມັນມີຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແຕ່ກໍ່ຫຼີກຜົນບໍ່ໄດ້ຕໍ່ສິ່ງທີ່ມັນຈະເກີດຂຶ້ນ.ພວກເຮົາເປັນມະນຸດທີ່ມີຄວາມຮູ້ອັນກ້າວຫນ້າເກັ່ງກ້າ ສາມາດໃນຫຼາຍໆດ້ານແລະຢູ່ໃນຍຸກເຕັກໂນໂລຊີທີ່ທັນສະໄຫມປຽບເຫມືອນດັ່ງແສງທຽນທີ່ໄດ້ສົ່ງແສງສະຫວ່າງໃຫ້ແກ່ຄົນເຮົາໃນຍາມກາງຄືນທີ່ມືດມົວແລະທຸກບັນຫາມັນຍ່ອມມີທາງອອກຢູ່ສະເຫມີແລະເຊື່ອຫມັ້ນຢ່າງແນ່ນອນເລີຍວ່າ ທ່ານຫມໍ.ແພດພະຍາບານຜູ້ເກັ່ງກ້າອາດຫານບົນໂລກນີ້ຈະສາມາດແກ້ໄຂບັນຫາພະຍາດດັ່ງກ່າວໃຫ້ສູນສິ້ນໄປຈາກໂລກໃນເວລາອີກ.ບໍ່ດົນ. ທຸກຄົນຄວນຍິ້ມເປັນກໍາລັງໃຈໃຫ້ແກ່ຜູ້ເຈັບປ່ວຍ, ທ່ານຫມໍແພດພະຍາບານທີ່ກໍາລັງແບກຮັບພາລະຫນ້າທີ່ອັນແສນສາຫັດປິ່ນປົວຄົນເຈັບແລະຄ່ອຍເປັນກະບອກສຽງໃນການປ່າວເຕືອນໃຫ້ທຸກຄົນຮັບຮູ້ເສບຂ່າວຢ່າງຖືກຕ້ອງຢ່າໄດ້ສ້າງ ກະເເສປັ່ນປວນໃຫ້ຄົນໃນສັງຄົມກັງວົນໃຈ.ຖ້າເປັນໄປໄດ້ຂ້ອຍຢາກໃຫ້ທຸກຄົນເບິ່ງແຍງຮັກສາແລະປົກປ້ອງຕົນເອງໃຫ້ດີແລະຢາກໃຫ້ໃຊ້ພະລັງໂລກອອນໄລຂອງຕົນເອງໂດຍການໂພສຮູບພາບຫຼືຂຽນຂໍ້ຄວາມຕ່າງໆສົ່ງພະລັງບວກກ່າວຄໍາ.ຂອບໃຈໃຫ້ທ່ານຫມໍທີ່ຊ່ວຍຄົນເຈັບປ່ວຍບາງຈໍານວນໄດ້ຫາຍດີຖ້າບໍ່ມີທ່ານຫມໍໂລກຂອງເຮົາອາດເຫຼືອພຽງຫີນຊາຍທີ່ເຕັມ ໄປດ້ວຍແສງແດດກໍວ່າໄດ້.


 

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...