วันพุธที่ 28 มิถุนายน พ.ศ. 2566

ທຳມະສອນໃຈ

 

ຊີວິດ ແລະ ສັດຈະທໍາຂອງຊີວິດ:

ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ, ຈະຕ່ໍາຕ້ອຍນ້ອຍຫວາດ ສະຫນາພຽງໃດ ຫຼືຈະສູງສົ່ງຄົງຕົວຈົນຄໍ້າຟ້າກໍ່ດີ. ທຸກຄົນບໍ່ໄວກໍ່ຊ້າຕ້ອງດັບສິ້ນກັນ ທຸກຄົນ. ເມື່ອຮູ້ສັດຈະທໍາ ຫຼືຄວາມຈິງນີ້ແລ້ວ ເປັນຫຍັງມະນຸດຈຶ່ງບຸກບືນ ສູ້ຊົນ ດິ້ນລົນ ກັບຊີວິດ? ຫລາຍຄົນຫລາຍຄໍາຕອບ ບໍ່ຕ່າງຫຍັງກັບຄໍາຖາມທີ່ວ່າຄົນເຮົາ ເກີດມາເພື່ອຫຍັງ? ຕ່າງຄົນຕ່າງໃຫ້ທັດສະນະຕ່າງກັນ ຂຶ້ນຢູ່ກັບຈຸດຢືນແລະ ມຸມ ມອງຂອງແຕ່ລະຄົນ. ບາງຄົນເກີດມາເພື່ອສູ້ຊົນກັບຊີວິດ ສູ້ຊົນທຸກວິທີທາງ ເພື່ອສິ່ງທີ່. ຫວັງ, ເດີນຕາມທາງແຫ່ງຝັນຂອງຕົນຈົນວັນສິ້ນລົມຫາຍໃຈ. ບາງຄົນເກີດມາເພື່ອ ປ່ອຍວາງ, ເດີນຕາມທາງຊີວິດຂອງຕົນດ້ວຍອະນິຈັງ, ມີຈຸດສ້າງຄວາມຫວັງ ເມື່ອ. ຄິດໄດ້ກໍ່ປ່ອຍວາງ, ຢົງໄປກັບຊີວິດທີ່ເກີດມາຈົນວັນສຸດທ້າຍ. ບໍ່ວ່າຈະໃຊ້ຊີວິດໄປໃນ ມຸມມອງໃດກໍ່ຕາມ ສຸດທ້າຍບໍ່ມີໃຜໃຫຍ່ເກີນໂລງ. ຄໍາຖາມອີກຄໍາຖາມກໍ່ຄື ຊີວິດຄື ຫຍັງ? ຂໍ້ນັ້ນຂໍຝາກໃຫ້ເພື່ອນໆ ນໍາໄປຄົ້ນຄຶດກັນເອງເນາະ. ແຕ່ຂໍຝາກຄໍາສອນຂອງ ທ່ານອາຈານທ່ານຫນຶ່ງ ເພິ່ນສອນຜູ້ຂ້າໄວ້ແບບນີ້: ສຸກຢູ່ໃນໃຈ ທຸກຢູ່ໃນໃຈ, ນາລົກຢູ່ໃນໃຈ ສະຫວັນກໍ່ຢູ່ໃນໃຈເຮົາ ແຕ່ໃນເມື່ອເຮົາ ເກີດມາ ກໍ່ຕ້ອງດິ້ນລົນຕາມກິເລດຂອງເຮົາ, ມັນເປັນທໍາມະຊາດຂອງຄົນ ບໍ່ມີ ໃຜຫລິກລ້ຽງໄດ້ ດິ້ນລົນກັນໄປຕາມເສັ້ນທາງຊີວິດໃຜມັນ. ສໍາຄັນສ້າງວັນນີ້ໃຫ້ດີ ເພື່ອວັນຫນ້າອາດຈະສະບາຍ, ເກີດມາໃນໂລກນີ້, ໃຕ້ທ້ອງຟ້າອໍາພອນນີ້ ມີສິ່ງຫນຶ່ງ ດຽວນິລັນດອນ ກໍ່ຄືຄຸນງາມຄວາມດີ. ມີແຕ່ຄຸນແຫ່ງຄວາມດີເທົ່ານັ້ນຈະຢືນຢູ່ຄ້ໍາຟ້າ ໄດ້, ດັ່ງນັ້ນຢ່າໄປມົວຍຶດຕິດກັບສິ່ງທີ່ບໍ່ຫມັ້ນຄົງ. ບໍ່ມີສິ່ງໃດຫມັ້ນຄົງ. ນັ້ນຄືທໍາມະ ຊາດຂອງຊີວິດ..

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...