Ø ສໍານວນພາສາ.
1.ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່.
–ຄວາມຫມາຍ:ຢາກຕັກເຕືອນສັ່ງສອນຄົນເຮົາຢູ່ໃນສັງ ຄົມໃຫ້ມີການຄົ້ນຄິດພິຈາລະນາກ່ອນຈະເຮັດສິ່ງໃດສິ່ງຫນຶ່ງຕ້ອງຄົ້ນຄິດໃຫ້ຖີ່ຖ້ວນ.
-ຄວາມຫມາຍ:ໃຫ້ຮູ້ຈັກສືບສາວພິຈາລະນາລັກສະນະ
ບຸກຄົນຫຼືແມ່ຍິງທີ່ຈະເລືອກຄົບຫາຫຼືເປັນຄູ່ຄອງ.
2.ໄປຢຽບຫມາ ມາຢຽບຂຽດ.
-ຄວາມຫມາຍ:ຄວາມດຸຫມັ່ນຂະຫຍັນພຽນໃນການ
ອອກແຮງງານ.
3.ອົດສົ້ມໄດ້ກິນຫວານອົດທົນທານວຽກງານຈຶ່ງແລ້ວ
-ຄວາມຫມາຍ:ອົດໃຈໄວ້ກ່ອນ,ລໍຖ້າສິ່ງທີ່ດີກວ່າ
ໃນວັນ ຂ້າງຫນ້າ,ຖິ້ມສິ່ງທີ່ບໍ່ດີ ຫວັງເອົາສິ່ງທີ່ດີກວ່າ.
4.ນໍ້າເພິ່ງເຮືອເສືອເພິ່ງປ່າ ປາເພິ່ງນໍ້າ.
-ຄວາມຫມາຍ:ຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ.
5.ເຫັນເງິນຫນ້າດໍາເຫັນຄໍາຫນ້າເສົ້າ.
-ຄວາມຫມາຍ:ຄວາມໂລບມາກໂລພາ.
6.ຢູ່ໃຫ້ປູກມອນຫນີໃຫ້ຊອນຮົ້ວ.
-ຄວາມຫມາຍ:ການສ້າງຄວາມດີແມ່ນມີປະໂຫຍດຕໍ່
ຕົນເອງແລະສັງຄົມ ໃນເວລາທີ່ເຮົາດໍາລົງຊີວິດຢູ່ ບ່ອນໃດກໍຕ້ອງສ້າງຄວາມດີໃຫ້ຫຼາຍໆ.
7.ນໍ້າຂຸ່ນແພ້ນ້ໍາໃສ ໃຈດີແພ້ໃຈຮ້າຍ.
-ຄວາມຫມາຍ:ຄວາມດີຍ່ອມຊະນະທຸກຢ່າງສະເຫມີ.
8.ງາມແຕ່ຮູບຈູບບໍ່ຫອມ.
-ຄວາມຫມາຍ:ຮູບຮ່າງສວຍງາມແຕ່ກິລິຍາມາລະຍາດ ແລະການປະພຶດບໍ່ດີ.
9.ເຮືອຫຼົ້ມບາດຈອດ ຕາບອດບາດເຖົ້າ.
-ຄວາມຫມາຍ:ເຮັດຫຍັງເປັນໄປໄດ້ດີຕະຫຼອດ
ແຕ່ພໍ ຈະສໍາເລັດກໍມີອຸປະສັກ,ຄົນທີ່ເຮັດດີມາຕະຫຼອດ ແຕ່
ມາເສຍຄົນບາດເຖົ້າ.
10.ໄມ້ອ່ອນ ບໍ່ຫ່ອນຫັກ.
-ຄວາມຫມາຍ:ຄົນທີ່ສະຫຼາດຕ້ອງຮູ້ຈັກອ່ອນນ້ອມ
ຖ່ອທຕົນ ຈິ່ງຈະຢູ່ໄດ້ຢ່າງເປັນສຸກ.
11.ຫມາຍໄຮ່ໃຫ້ສຸດສາຍຕາຫມາຍນາໃຫ້ສຸດສຽງຮ້ອງ.
-ຄວາມຫມາຍ:ການອອກແຮງງານດ້ວຍຄວາມດຸຫມັ່ນ
ຂະຫຍັນພຽນ.
12.ສະຫນຸກເຮືອນເພິ່ນ ບໍ່ທໍ່ທຸກຢູ່ເຮືອນໂຕ.
-ຄວາມຫມາຍ:ຄົນເຮົາຄວນພາກພູມໃຈໃນສິ່ງທີ່
ຕົນເອງມີ.
13.ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ.
-ຄວາມຫມາຍ:ເປັນຄົນບໍ່ຄວນອວດອົ່ງທະນົງຕົວ,ຕ້ອງ
ຮູ້ຖະຫນອມທ່ອມຕົວ.
14.ຄົບຄົນໃຫ້ເບິ່ງຫນ້າ ຊື່ຜ້າໃຫ້ເບິ່ງເນື້ອ.
-ຄວາມຫມາຍ:ຄວນລະມັດລະວັງໃນການຄົບຄົນຫຼື
ຈະຊື້ຫາອັນໃດກໍຕາມ.
15.ຫມູເຂົາຈະຫານ ເອົາຄານເຂົ້າໄປສອດ.
-ຄວາມຫມາຍ:ຄົນທີ່ເຂົ້າໄປຂັດຂວາງໃນຂະນະທີ່ຜູ້ອື່ນທໍາການກໍາລັງສະເລັດ,ຄົນທີ່ໄປແຊກແຊງໃນເລື່ອງຜົວ ເມຍສະແດງຄວາມຮັກ.
16.ເອົາຫູໄປນານ ເອົາຕາໄປໄຮ່.
-ຄວາມຫມາຍ:ວາງໂຕເປັນບໍ່ຮູ້,ບໍ່ເຫັນ,ບໍ່ຍິນ,ບໍ່ສົນໃຈ.
17.ໄວປາກເສຍສິນ ໄວຕີນຕົກກົກໄມ້.
-ຄວາມຫມາຍ:ເວົ້າຈາຫຼືເຮັດອັນໃດໂດຍບໍ່ລະມັດລະວັງ
ແລະຄິດກ່ອນຍ່ອມເກີດ ຄວາມເສຍຫາຍ.
18.ມືບໍ່ພາຍແຕ່ເອົາຕີນປ້ານນໍ້.
-ຄວາມຫມາຍ:ບໍ່ຊ່ວຍເຮັດວຽກແລ້ວຍັງຂັດຂວາງການ
ເຮັດວຽກຂອງຄົນອື່ນ.
19.ມືຖືສາກ ປາກຖືສິນ.
-ຄວາມຫມາຍ:ພາຍນອກສະແດງຕົວເປັນຜູ້ມີສິນ
ທໍແຕ່ທີ່ຈິງແລ້ວປະພຶດຕົນບໍ່ດີຫຼືບໍ່ຖືກຕ້ອງຕາມ ສິນທໍາ.
-ຄວາມຫມາຍ:ວາງໄຕເປັນບຮູ,ບເຫນ,ບຍນ,ບສນໃຈ.
17.ໄວປາກເສຍສິນ ໄວຕີນຕົກກົກໄມ້.
-ຄວາມຫມາຍ:ເວົ້າຈາຫຼືເຮັດອັນໃດໂດຍບໍ່ລະມັດລະວັງ
ແລະຄິດກ່ອນຍ່ອມເກີດ ຄວາມເສຍຫາຍ.
18.ມືບໍ່ພາຍ ແຕ່ເອົາຕີນປ້ານນໍ້.
-ຄວາມຫມາຍ:ບໍ່ຊ່ວຍເຮັດວຽກແລ້ວຍັງຂັດຂວາງການ
ເຮັດວຽກຂອງຄົນອື່ນ.
19.ມືຖືສາກ ປາກຖືສິນ.
-ຄວາມຫມາຍ:ພາຍນອກສະແດງຕົວເປັນຜູ້ມີສິນ
ທໍາແຕ່ທີ່ຈິງແລ້ວປະພຶດຕົນບໍ່ດີຫຼືບໍ່ຖືກຕ້ອງຕາມ ສິນທໍາ.
20.ນໍ້າຊູ້ນໄວ້ໃນ ນ້ໍາໃສໄວ້ນອກ.
-ຄວາມຫມາຍ:ບໍ່ສະແດງອາລົມທີ່ບໍ່ພໍໃຈອອກໃຫ້
ເຫັນ,ບໍ່ພໍໃຈກໍສະແດງຫນ້າຕາທ່າທາງດີ.
ไม่มีความคิดเห็น:
แสดงความคิดเห็น