ເລື່ອງເລົ່າຕະລົກ

·      

ເລື່ອງ: ເປົ່າຂຸ່ຍຫາປາ

ມີຊາຍຫນຸ່ມຄົນຫນຶ່ງ ມີຄວາມຊໍານານໃນການເປົ່າຂຸ່ຍ ສາມາດເປົ່າຂຸ່ຍເປັນເພງຕ່າງໆ…ໄດ້ຫລາຍເພງ ດ້ວຍສຽງທີ່ມ່ວນອອນຊອນ ຈົນເປັນທີ່ນິຍົມຊົມຊອບຂອງຄົນທັງຫລາຍ ໃນຂົງເຂດນັ້ນ.ມີມື້ຫນຶ່ງຊາຍຫນຸ່ມຄົນນັ້ນ ຢາກກິນປາ ຈິ່ງຈັບເອົາຂຸ່ຍໄປນັ່ງຢູ່ແຄມແມ່ນໍ້າ ເປົ່າຂຸ່ຍໃຫ້ປາຟັງ.ເຂົາເປົ່າຂຸ່ຍເພງແລ້ວເພງເລົາກໍບໍ່ເຫັນປາຂຶ້ນມາຈາກນໍ້າເພື່ອມາຟັງເພງອັນມ່ວນອອນຊອນຈາກສຽງຂຸ່ຍຂອງເຂົາ,ເຂົານັ່ງເປົ່າຂຸ່ຍຢຸ່ເຫິງນານກໍບໍ່ເຫັນປາຈັກໂຕ.ຈິ່ງເກິດຄວາມໃຈຮ້າຍໃຫ້ປາວ່າບໍ່ຮູ້ຈັກຄຸນຄາຂອງເພງຈາກຂຸ່ຍຂອງເຂົາ.ໃນທີ່ສຸດຊາຍຫນຸ່ມຄົນນັ້ນໄດ້ກັບເມື່ອເຮືອນໄປເອົາແຫມາຫວ່ານເອົາປາ.ເມື່ອດຶງແຫຂຶ້ນມາກໍເຫັນປາຫລາຍໆໂຕຕິດແຫຂຶ້ນມາ.ທັງເຕັ້ນທັງດິ້ນ.ເຂົາເວົ້າພຶມພໍາກັບປາວ່າ ໂທ້! ເອີຍ…ບາດວ່າ ເປົ່າຂຸ່ຍມ່ວນໆໃຫ້ຟັງພັດບໍ່ສົນໃຈ ບາດເອົາແຫຮ້າຍໆມາຫວ່ານ ສຸທັງເຕັ້ນທັງດິ້ນນໍ!!!…..

ນິທານເລື່ອງນີ້.ໃຫ້ຄະຕິສອນໃຈວ່າ ເຮັດອັນໃດ ຕ້ອງມີລັກສະນະ ວິທະຍາສາດ ສອດຄອງກັບທໍາມະຊາດ ໃນຄວາມເປັນຈິງ.ຫາກຝາຟືນທໍາມະຊາດ ອາດບໍ່ໄດ້ຮັບຜົນຕາມທີ່ຄາດຄະເຫນໄວ້.

 

          ແທັກສີກັບຂີ້ເມົ່າ

ຢາມເດິກຄືນໜຶ່ງຂີ້ເມົ່າ 3 ຄົນໄດ້ຫນັ່ງ ແທັກຊີ ເມື່ອຄົນຂັບແທັກຊີ ຮູ້ວ່າ3ຄົນນິ ຄຶຊິເມົ່າໜັກ

ກະເລີຍເຮັດເປັນສະຕາດເຄື່ອງລົດແລ້ວກະດັບ ບ່ອກວ່າ ອ້າຍໆ ຮອດແລ້ວເດີ

      ຄົນທີ່1 ຈົກເງິນໃຫ້

      ຄົນທີ່2 ຈົກເງິນໃຫ້ແລ້ວບ່ອກວ່າ: ຂອບໃຈເພື່ອນມິດສະຫາຍຕາຍບໍ່ລືມກັນ (ແບບອາການຂອງຄົນເມົ່າ)

      ຄົນທີ່3 ຕົບບ້າຄົນຂັບແທັກຊີຍ່າງແຮງ ດັ່ງໂປ່ະ ບາດໜື່ງ

ຄົນຂັບອທັກຊີກະຕົກໃຈຍ່າງແຮງ..ຄິດໃນໃຈວ່າ ຄົນນີີ້ມັນຄືຊິຍັງບໍ່ເມົ່າມັນຕ້ແງປທ້ເລີຍວ່າກູຕົວະເຂົ້າາ

ຈຶ່ງຕັ້ງສະຕິແລ້ວກັ່ນໃຈ ຖາມໄປວ່າ ອ້າຍຕົບບ້າມີຍັງບໍ່

ຂີ້ເມົ່າຄົນທີ່3 ກະຮ້ອງອອກຍ່າງແຮງແບບຄົນເມົ່າວ່າ:

             ເທື່ອໜ້າຮັນມຶງຂັບໃຫ້ມັນຊ້າໆແດ່ ເລັ່ງປານນິເກືອບເອົາຈຸກູໄປຕາຍແລ້ວຫ໊ະ         

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...