ທຳມະສອນໃຈ


 


Ø      ຄໍາວ່າແມ່

ຄໍາວ່າແມ່ຮຽກເອີ້ນ     ບາງເທື່ອທຸກເຄືອງໃຈ 

ຍາມໃດຄິດຮອດເຈົ້າ    ຝົນຄະນອງຟາດ

ເຄື່ອນພຽງຊື່ກໍແສນສຸກ    ກໍ່ມາຍຫມອງຄອງເສົ້າ

ຄືເງົາງົມເງື່ອມ          ເຫມືອນເຈົ້າຈົ່ມຫາ 

ແມ່ເອີຍ       ເຖິງຊິຢູ່ຟາກຟ້າ

ຄໍາວ່າແມ່ໃນໃຈ      ແມ່ຄືນາວາຂ້າມ 

ແມ່ຄືຄົນນັ່ງຂ້າງ      ຂອບເຂດຈັກກະວານ

ກໍຕາມຖ້ອນ        ລຶບບໍ່ຫາຍພໍດ້າມ 

ບວກຫນອງຕະຄອງຝັ່ງ    ຄຽງໃກ້ບໍ່ສະແຫນງ

ແມ່ເຝືອແຝງຮັກຫຸ້ມ      ສຸດກວ່າຄໍາເກີນຮັກ 

ລູກເປັນເສືອສິງຊ້າງ     ແມ່ຂໍນອນແນບນິ້ງ

ຕຸ້ມຕ່ອມແພງບຸດ      ປັກລົງໃນເນື້ອ 

ຈົງອາງຜາຍພົ້ນ      ພິດນັ້ນ 

ໃຫ້ຈົງສົ້ງຕອດຕາຍ     ອີ່ຫຼີດາຍ


   Ø ທັມມະຄືທໍາມະຊາດ

ກົດເກນເທິງບ່ອນເບື້ອງ   ເກີດເຈັບເປັນລົງໂຊ

ບາງພ່ອງເຄຫາຫ້ານ        ປາສະຈາກບໍ່ໄດ້

ວັດຕະແຫ່ງສົງສານ        ປ່ວຍໂຕເອັນລ້າ

ຊານເຊເເອວລາກ          ກົງລ້ອມແຫ່ງວຽນ

ສັງຂານເດນໍບາງ            ກໍກາຍແກ່ນກ້າ.

ປັບພະໂຕພູເຂົາ            ທັງຫົວ-ຮອຍຍິ້ມ

ມີຂົມຂື່ນໂສກເສົ້າ         ກໍາລັງເກິ່ງມະຫາສານ

ກົ່ນເອົາຖົມຖິ້ມ            ຍ້ອງຍໍນິຍົມຍື່ນ

ມີເງົາມືດແລະແຈ້ງ         ແດງເຂັ້ມກ້ໍາຂາວ

ດາວແລະເດືອນຄູ່ຟ້າ        ບໍ່ດົນນານສະສາງ

ຕາເວັນແສງຂຶງເຂັ້ມ         ຫາໃສທົງທ່ຽງຫມັ້ນ

ນະພາເພິ່ງພາຍບົນ ກາງຄືນ

ກະຈ່າງຈາງຈອນແຈ້ງ      ອາລຸນເປີຍບານໃຫມ່

ນິບພານພຸ້ນທ່ຽງຈິງທໍາມະ    ຄືສັດຈະແຈບແຈ້ງ

ພຸດທະອົງຫຼົງເຫັນ               ຍັງຈະກໍາຍຶດຫມັ້ນ

ແສນຊິນົບຈໍ້ກໍ້            ແສງສ່ອງຄວາມຈິງ      

ວ່າເປັນແນວນັ້ນ         ຊູຊີທາງບໍ່ແມ່ນ   ເດນໍ

ແສນຊິຍໍຂາບໄຫວ້        ມະລາຍສິ້ນຄູ່ຊູ່ຄົນ  ນັ້ນແລ

 

·        ສິ່ງທີ່ດີ ແລະ ຊົ່ວ

           ຍັງມີຊາຍຍາກໂຮ້                ອາໄສຢູ່ກັບພະຍາ

           ເປັນຄົນເຮັດເຂົ້າປາ              ຄົວອາຫານ ຮັບໃຊ້

           ເປັນຄົນແຕ່ງກິນໃຫ້             ແກງນວຂົ້ວອ້ອມ

           ມ້ຽນເຮືອນຊານພໍ່າພ້ອມ        ແລງເຊົ້າຢູ່ປະຈໍາ

           ຕົກມາມື້ນຶ່ງນນ                  ພະຍາສັ່ງລາຍການ

           ສັ່ງໃຫ້ເຮັດອາຫານ              ສິ່ງດີໆມາໃຫ້

           ສ່ວນວ່າຊາຍຍາກໄຮ້            ຄິດຫຼາຍຈົນຫົວປິ່ນ

           ຈຶ່ງເລືອກເອົາແຕ່ລີ້ນ            ຫົວໃຈອີກຕື່ມກັນ

           ສອງສາມວັນຜ່ານພົ້ນ          ພະຍາສັ່ງອີກທີ

           ມື້ກ່ອນ ອາຫານດີ              ມີຫົວໃຈກັບລີ້ນ

            ຍັງບໍ່ທັນສຸດສິ້ນ                ຂ້ອຍຢາກກິນ ແນວຊົ່ວໆ

            ໃຫ້ເຈົ້າໄປຄົ້ນຄວ້າ            ຫາມາໃຫ້ ວ່ອງໄວ ...ແດ່ເດີ

            ບໍ່ນານຄົນຮັບໃຊ້              ຍໍຍື່ນມາຖວາຍ

            ມີດາດລີ້ນກັບຫົວໃຈ          ຍື່ນ ຊາມເຄນໃຫ້

             ພະຍາເລີຍກ່າວຮ້າຍ          ເອົາຄືນໄປອາຫານເກົ່າ !

             ບອກເອົາສິ່ງຊົ່ວຮ້າຍ          ຄືເອົາໃຫ້ ສິ່ງທີ່ດີ ອີກນໍ !

              ຄົວ ເລີຍກ່າວຊີ້              ຂານຕໍ່ອົງພະຍາງ

             ລີ້ນນີ້ແລ້ວນໍາພາ              ສິ່ງຊົ່ວຊາມອົງເຈົ້າ ?

             ລີ້ນມັນພາເຮົາເວົ້າ             ທັງຄວາມດີແລະຄວາມຊົ່ວ

             ອີກທັງຄິດຊົ່ວ                ດີຮ້າຍກໍແມ່ນໃຈ... ຫັ້ນເດ

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...