· ຄໍາທວາຍ.
ຄໍາທວາຍມີທັງແບບສໍາຜັດແລະບໍ່ສໍາຜັດ,ຖ້າເປັນປະ ໂຫຍກຍາວ, ສວນຫຼາຍຈະມີການສໍາຜັດ
ເພື່ອເຮັດໃຫ້ຄໍາທວາຍ ມີສີສັນ ແລະມວນຊື່ນຂຶ້ນເຊັ່ນ:
● ຄໍາທວາຍແບບສໍາຜັດກັບຄໍາຕອບ.
ສຸກກ້ອງພຸ່ມ ແມ່ນຫມາກເຂືອ
ສຸກເປັນເຄືອ ແມ່ນຫມາກຫຼອດ
ສຸກອອດສອດ ແມ່ນຫມາກເກັນ
ສຸກເປັນເອັນ ແມ່ນຫມາກສ້ານ
ສຸກກັ້ນບ້ານ ແມ່ນຫມາກເຟືອງ
ສຸກຫົວເຫຼືອງ ແມ່ນຫມາກກ້ວຍ
ສຸກຫົວຫ້ວຍ ແມ່ນຫມາກໄຟ
ສຸກເປັນໄຂ ແມ່ນຫມາກຄໍ້
ສຸກເປັນຂໍ້ ແມ່ນຫມາກຂາມ
ສຸກເປັນຫນາມ ແມ່ນຫມາກມີ້
ສຸກກົ້ນຊີ້ ແມ່ນຫມາກເຜັດ
ສຸກເປັນເກັດ ແມ່ນຫມາກນັດ
ສຸກກົ້ນຊັດ ແມ່ນຫມາກຊີດາ
ສຸກກາງນາ ແມ່ນເຂົ້າ
ສຸກກ້ອງເສົ້າ ແມ່ນຂີ້ຄວາຍ
ສຸກໂຂ ແມ່ນຫນັງ
ສຸກຂັງ ແມ່ນໄຂ່
ສຸກໃນ ແມ່ນຫມາກຫອຍ
ຊອຍລອຍ ແມ່ນໄມ້ຈິ້ມ
ຊິມລິມ ແມ່ນບວງ
● ຄໍາທວາຍແບບສໍາຜັດສະຫຼະ ທີ່ເວົ້າຕໍ່ເນື່ອງກັນຫຼາຍຄໍາ.
1. ຕຸ້ມກາງດົງ
ແມ່ນຫຍັງ?
2. ຊົງກາງຫ້ວຍ ແມ່ນຫຍັງ?
3.
ສ້ວຍກາງລໍາ ແມ່ນຫຍັງ?
4.
ຊ່າກາງຂ່ວງ ແມ່ນຫຍັງ?
5.
ລວງກາງເຮືອນ ແມ່ນຫຍັງ?
6. ຕຸ້ມກາງດົງ ແມ່ນຫຍັງ?
7.
ກົງຈົງກາງເລົ່າ ແມ່ນຫຍັງ?
8.
ປັດເປົ່າກາງເຮືອນ ແມ່ນຫຍັງ?
9.
ແອງແທ້ງກາງຊານ ແມ່ນຫຍັງ?
10.
ເຄັ່ງຄ້າງກາງບ້ານ ແມ່ນຫຍັງ?
11. ໂງນົກ
ແມ່ນຫຍັງ?
12.
ຊົກກວຽນ ແມ່ນຫຍັງ?
13.
ຫຽນແອນ ແມ່ນຫຍັງ?
14. ແບນໂຕ ແມ່ນຫຍັງ?
15.
ໂສພາ ແມ່ນຫຍັງ?
16.
ນາບຟານ ແມ່ນຫຍັງ?
17.
ຫານນໍ້າ ແມ່ນຫຍັງ?
18.
ຊໍ້ໂກນ ແມ່ນຫຍັງ?
27. ຄຸສະລາ ແມ່ນຫຍັງ?
28.
ເທດັງວາ ແມ່ນຫຍັງ?
29.
ຊາໂຕ ແມ່ນຫຍັງ?
● ຄໍາທວາຍແບບເປັນຄໍ ແລະເປັນປະໂຫຍກ.
30.
ກາຂຶ້ນພູ ກາຫຼົງ ແມ່ນຫຍັງ?
31.
ກາລົງພູ ກາຮ້ອງ ແມ່ນຫຍັງ?
32.
ກາລົງພູ ກາຢອກ ແມ່ນຫຍັງ?
33.
ກໍຫວ້າປັກຢູ່ກອງຫນອງ ໄທເມືອງປອງເອົາບໍ່ໄດ້ ແມ່ນຫຍັງ?
34.
ໄກ່ແມ່ກ້າຕົກນໍ້າບໍ່ປຽກ ແມ່ນຫຍັງ?
35. ໄກ່ໃນຫຼົກບໍ່ຂັນ ແມ່ນຫຍັງ?
36. ກວາງແມ່ມານຕາຍຢູ່ກາງບ້ານ ລ້ານຄົນປາດກິນກໍບໍ່ຫມົດ ແມ່ນຫຍັງ?
37. ກັ້ງບໍ່ລົດ ແມ່ນຫຍັງ?
38.
ກົ່ງໂຄ້ງໂນງ ຂ້າມທົ່ງສາມແສນ ແມ່ນຫຍັງ?
39.
ກາງຄືນຊີ້ ກາງເວັນນອນຢູ ແມ່ນຫຍັງ?
40.
ກົກສະພຸງຢູ່ເຫນືອທ່າ ງາລະໃບ ແມ່ນຫຍັງ?
41. ກົກມັນເປັນຊໍສ໌ ໃບມັນກິນກັບແຈ່ວ ເດັກນ້ອຍໄຫ້ແອ່ວກິນເອົາດິນເຮັດຜ້າຫົ່ມ
ແມ່ນຫຍັງ?
42. ກົກນຢູດິນດາກ ຮາກມັນຢູດິນພຽງ ໃບນປົນຢູນໍາຊຽງສິກໃຫມ່
ແມ່ນຫຍັງ?
43.
ກົກນຢູ່ຟາກນີ້ ປາຍມັນຊີ້ຟາກນັ້ນ ແມ່ນຫຍັງ?
44.
ກົກມັນພຽງຝັ່ງ ຮາກນຢັ່ງເຖິງດິນ ແມ່ນຫຍັງ?
45.
ກົກນໄດ້ຫມື່ນຕື້ ໃບຫ້ອຍບໍ່ມີ ແມ່ນຫຍັງ?
46.
ກົກມັນຕາຍ ປາຍນຕາກ ຫມາກນໄດ້ສີ່ຊ້າຫ້າແສນ
ແມ່ນຫຍັງ?
47.
ກົກມັນໃຫຍ່ທໍ່ເຮືອ ໃບມັນກິນກັບເກືອກໍໄດ້ ແມ່ນຫຍັງ?
48.
ກົກມັນທໍ່ຄົກມອງ ໃບມັນກ່ອງຈໍາດິນ ແມ່ນຫຍັງ?
ไม่มีความคิดเห็น:
แสดงความคิดเห็น