ສິ່ງທີ່ໜ້າສົນໃຈ

  

§  ຊີວິດ ແລະ ສັດຈະທໍາຂອງຊີວິດ:

ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ, ຈະຕ່ໍາຕ້ອຍນ້ອຍຫວາດ ສະຫນາພຽງໃດ ຫຼືຈະສູງສົ່ງຄົງຕົວຈົນຄໍ້າຟ້າກໍ່ດີ. ທຸກຄົນບໍ່ໄວກໍ່ຊ້າຕ້ອງດັບສິ້ນກັນ ທຸກຄົນ. ເມື່ອຮູ້ສັດຈະທໍາ ຫຼືຄວາມຈິງນີ້ແລ້ວ ເປັນຫຍັງມະນຸດຈຶ່ງບຸກບືນ ສູ້ຊົນ ດິ້ນລົນ ກັບຊີວິດ? ຫລາຍຄົນຫລາຍຄໍາຕອບ ບໍ່ຕ່າງຫຍັງກັບຄໍາຖາມທີ່ວ່າຄົນເຮົາ ເກີດມາເພື່ອຫຍັງ? ຕ່າງຄົນຕ່າງໃຫ້ທັດສະນະຕ່າງກັນ ຂຶ້ນຢູ່ກັບຈຸດຢືນແລະ ມຸມ ມອງຂອງແຕ່ລະຄົນ. ບາງຄົນເກີດມາເພື່ອສູ້ຊົນກັບຊີວິດ ສູ້ຊົນທຸກວິທີທາງ ເພື່ອສິ່ງທີ່. ຫວັງ, ເດີນຕາມທາງແຫ່ງຝັນຂອງຕົນຈົນວັນສິ້ນລົມຫາຍໃຈ. ບາງຄົນເກີດມາເພື່ອ ປ່ອຍວາງ, ເດີນຕາມທາງຊີວິດຂອງຕົນດ້ວຍອະນິຈັງ, ມີຈຸດສ້າງຄວາມຫວັງເມື່ອ.ຄິດໄດ້ກໍ່ປ່ອຍວາງຢົງໄປກັບຊີວິດທີ່ເກີດມາຈົນວັນສຸດທ້າຍ. ບໍ່ວ່າຈະໃຊ້ຊີວິດໄປໃນ ມຸມມອງໃດກໍ່ຕາມ ສຸດທ້າຍບໍ່ມີໃຜໃຫຍ່ເກີນໂລງ. ຄໍາຖາມອີກຄໍາຖາມກໍ່ຄື ຊີວິດຄື ຫຍັງ? ຂໍ້ນັ້ນຂໍຝາກໃຫ້ເພື່ອນໆ ນໍາໄປຄົ້ນຄຶດກັນເອງເນາະ. ແຕ່ຂໍຝາກຄໍາສອນຂອງ ທ່ານອາຈານທ່ານຫນຶ່ງ ເພິ່ນສອນຜູ້ຂ້າໄວ້ແບບນີ້: ສຸກຢູ່ໃນໃຈ ທຸກຢູ່ໃນໃຈ, ນາລົກຢູ່ໃນໃຈ ສະຫວັນກໍ່ຢູ່ໃນໃຈເຮົາ ແຕ່ໃນເມື່ອເຮົາ ເກີດມາ ກໍ່ຕ້ອງດິ້ນລົນຕາມກິເລດຂອງເຮົາ, ມັນເປັນທໍາມະຊາດຂອງຄົນບໍ່ມີໃຜຫລິກລ້ຽງໄດ້ດິ້ນລົນກັນໄປຕາມເສັ້ນທາງຊີວິດໃຜມັນ. ສໍາຄັນສ້າງວັນນີ້ໃຫ້ດີ ເພື່ອວັນຫນ້າອາດຈະສະບາຍ, ເກີດມາໃນໂລກນີ້, ໃຕ້ທ້ອງຟ້າອໍາພອນນີ້ ມີສິ່ງຫນຶ່ງ ດຽວນິລັນດອນ ກໍ່ຄືຄຸນງາມຄວາມດີ. ມີແຕ່ຄຸນແຫ່ງຄວາມດີເທົ່ານັ້ນຈະຢືນຢູ່ຄ້ໍາຟ້າໄດ້,ດັ່ງນັ້ນຢ່າໄປມົວຍຶດຕິດກັບສິ່ງທີ່ບໍ່ຫມັ້ນຄົງ. ບໍ່ມີສິ່ງໃດຫມັ້ນຄົງ. ນັ້ນຄືທໍາມະ ຊາດຂອງຊີວິດ......

Ø "ສິ່ງເສບຕິດ"

ເພື່ອໃຫ້ປະຊາຊົນພໍ່ແມ່ຜູ້ປົກຄອງຄໍານຶງເຖິງຜົນ ຮ້າຍແລະໂທດຂອງຢາເສບຕິດ. ພໍ່ແມ່ຄວນຊ່ວຍກັນຄຸ້ມຄອຍສ້າງຄວາມຮັກ ຄວາມອົບອຸ່ນໃຫ້ແກ່ລູກແລະຄອບຄົວ,ເພື່ອເປັນການບໍ່ໃຫ້ເດັກນ້ອຍເຍົາວະຊົນພົວພັນກັບຢາເສບຕິດ.ປັດຈຸບັນມີຄົນຕິດຢາກເສບຕິດເປັນຈໍານວນຫຼາຍໂດຍສະເພາະໃນກຸ່ມເຍົາວະຊົນແລະຊາວຫນຸ່ມ ແລະຈະເຫັນຫຼາຍທີ່ສຸດໃນກຸ່ມເດັກນ້ອຍທີ່ມີອາຍຸປະມານ11-13ປີ ສາເຫດຍ້ອນຖືກຫມູ່ຊັກຊວນໃຫ້ລອງ ດ້ວຍຄວາມຢາກຮູ້ຢາກ ເຫັນແລະສາເຫດອັນສໍາຄັນອີກປະການຫນຶ່ງກໍຄື ການຂາດ ຄວາມອົບອຸ່ນຈາກຄວາມຄົວປັນຫາພໍ່ແມ່ຢ່າຫ້າງກັນ ໃນ ຄວາມຄົວມີການຜິດຖຽງກັນ ພໍ່ແມ່ບໍ່ສົນໃຈເບິ່ງແຍງຫຼືບໍ່ສາມາດເປັນທີ່ເພິ່ງໃຫ້ເດັກໄດ້ ເດັກນ້ອຍກໍອາດຈະເກີດຄວາມນ້ອຍໃຈຄິດຫຼາຍ ບໍ່ມີທີ່ປຶກສາໃນເລື່ອງຕ່າງໆ ເລີຍຫັນໄປເພິ່ງຢາເສບຕິດ.ປັນຫາຂອງຢາເສບຕິດເປັນບັນຫາທີ່ໃຫຍ່ ແລະ ຮ້າຍແຮງຕໍ່ກັບຄອບຄົວ ສັງຄົມແລະປະເທດຊາດ. ນອກຈາກມັນບໍ່ມີຜົນດີຫຍັງແລ້ວ ມັນຍັງທໍາຮ້າຍໂຕຂອງເຮົາ ເອງທໍາຮ້າຍສຸຂະພາບທັງທາງຮ່າງກາຍແລະຈິດໃຈອີກດ້ວຍ. ຢາເສບຕິດມີຫຼາຍຊະນິດເຊັ່ນ: ຝຸ່ນ,ຢາໄອ,ເຮໂລອິນ,ກັນຊາ,ຢາບ້າ,ຢາອີ,ຢາກະຕຸ້ນປະສາດແລະອີກຫຼາຍຊະນິດແຕ່ລະຊະນິດລ້ວນແຕ່ກໍໃຫ້ເກີດຜົນຮ້າຍຕໍ່ສຸຂະພາບ.ຢາເສບຕິດມັນໄດ້ເຮັດໃຫ້ສຸຂະພາບຊຸດໂຊມອ່ອນແອ,ຄວາມຈໍາເສື່ອມ,ເສຍບຸກຄະລິກກະພາບ,ເປັນບ້າເສຍຈິດ ແລະສົ່ງຜົນ ຮ້າຍແຮງເຖິງຂັ້ນເສຍຊີວິດ.ຢາເສບຕິດນອກຈາກຈະເປັນໂນ້ຍຊະນິດທີ່ກິນ ດົມ ແລະສູບເອົາແລ້ວ ຍັງມີຊະນິດທີ່ສັກເຂົ້າເສັ້ນ ອີກດ້ວຍຢາເສບຕິດຊະນິດນີ້ຍິ່ງມີຜົນຮ້າຍແຮງ ເພາະມັນສາມາດເຮັດໃຫ້ເຮົາຕິດເຊື້ອໄວຣັສເອດແລະຍັງແພ່ກະຈາຍ ໄປຫາຜູ້ທີ່ໃຊ້ຮ່ວມກັນອີກດ້ວຍ.ການແກ້ໄຂບັນຫາດັ່ງກ່າວໂດຍການປາບປາມ ປ້ອງກັນ ບໍ່ ແມ່ນແຕ່ເປັນຫນ້າທີ່ຂອງຕໍາຫຼວດ,ທະຫານ ພຽງຢ່າງດຽວທີ່ຈະສາດມາດຢຸດລະງັບທຸກຢ່າງໄດ້ ແຕ່ມັນເປັນຫນ້າທີ່ຂອງທຸກໆຄົນໃນປະເທດທີ່ຈະຊ່ວຍກັນປົກປັກຮັກສາແລະປ້ອງກັນໃຫ້ ເຖິງທີ່ສຸດ.ແຕ່ການປາບປາມກໍເປັນພຽງການແກ້ບັນຫາສຸກ ເສີນເທົ່ານັ້ນການແກ້ບັນຫາທີ່ຕົ້ນເຫດຄືການປ້ອງກັນຢາ ເສບຕິດ ໂດຍການເຜີຍແພ່ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍແລະ ໂທດຂອງຢາເສບຕິດ ໃຫ້ແກ່ປະຊາຊົນ ຄູອາຈານ ພໍ່ແມ່ ຜູ້ປົກຄອງເດັກແລະເຍົາວະຊົນ ໂດຍສະເພາະພໍ່ແມ່ຜູ້ປົກຄອງຈະຕ້ອງເອົາໃຈໃສ່ລູກຫຼານຂອງຕົນເອງໃຫ້ເຖິງທີ່ສຸດ ໃຫ້ຄວາມ ຮັກຄວາມອົບອຸ່ນແກ່ຄອບຄົວເປັນທີ່ເພິ່ງຂອງເດັກໄດ້ ເມື່ອ ເດັກມີປັນຫາ ເຮົາຊ່ວຍແກ້ປັນຫາເປັນທີ່ປຶກສາໃຫ້ເດັກໃຊ້ ເຫດຜົນ ບໍ່ຄວນໃຊ້ອາລົມເປັນຫລັກ ເພາະຖ້າຫາກເຮົາໃຊ້ອາລົມເດັກນ້ອຍອາດຈະຍິ່ງຄິດຫຼາຍ ມີຄວາມນ້ອຍເນື້ອຕໍາໃຈ ກຸ້ມໃຈແລະຫນີອອກຈາກບ້ານເຮືອນໄປເພິ່ງຢາເສບຕິດແລະ ເສຍອະນາຄົດໃນທີ່ສຸດ.ດັ່ງຄໍາເວົ້າຄໍາຫນຶ່ງທີ່ວ່າ"ເຍົາວະຊົນ ຄືອະນາຄົດຂອງຊາດ ຢ່າໃຫ້ຕົກເປັນທາດ ຂອງຢາເສບຕິດ ເພາະສະນັ້ນເຮົາຄວນຫຼີກລ້ຽງບໍ່ເຂົ້າໄປຍຸ້ງກ່ຽວກັບມັນ ສິ່ງເຫຼົ່ານີ້ມີແຕ່ໃຫ້ໂທດແກ່ຄົນເຮົາຍັງນໍາພາຄວາມວຸ້ນວາຍ ມາໃຫ້ສັງຄົມແລະປະເທດຊາດອີກດ້ວຍ.ເຮົາຄວນຫັນປ່ຽນ

 

§  ໂຮ່ຈິມິນ

ແນວຄິດແບບຢ່າງຄູນສົມບັດ ໂຮ່ຈິມິນ ກ່ຽວກັບຕ້ານການສໍ້ລາດບັງຫລວງ, ຟູມເຟືອຍ ແລະ ອາດຍາສິດ.

ໂຮ່ຈິມິນເປັນຜູ້ທຳອິດທີ່ສະເຫນີຄວາມເຫັນກ່ຽວກັບຂະບວນການ 3 ສ້າງ 3 ຕ້ານ ເພິ່ນໄດ້ຂຽນປຶ້ມຫລາຍຫົວກ່ຽວກັບຕ້ານການສໍ້ລາດບັັງຫລວງ, ຟູມເຟືອຍ ແລະ ອາດຍາສິດ. ໃນນັ້ນເພີ່ນໄດ້ຍົກໃຫ້ເຫັນຄວາມສຳນຶກ ແລະ ບັນດາປະກົດການຂອງມັນຢ່າງຈະແຈ້ງ.

1 ການສໍ້ລາດບັງຫລວງ.
ຕາມທັດສະນະຂອງໂຮ່ຈິມິນ ການສໍ້ລາດບັງຫລວງ ແມ່ນການປູກລະດົມ, ການເຄື່ອນໄຫວທີ່ຊົ່ວຮ້າຍ ແລະ ມີໂທດກຳຕໍ່າຊ້າເລວຊາມທີ່ສຸດຕໍ່ສັງຄົມ.
+
ກ່ຽວກັບພະນັກງານ, ການສໍ້ລາດບັງຫລວງແມ່ນການ ລັກໂລບເອົາຂອງສ່ວນລວມມາເປັນຂອງສ່ວນຕົວ.,ແມ່ນການແຫ້ນກິນຂອງປະຊາຊົນ ແລະ ກອງທັບ. ໃຊ້ຈ່າຍຫນ້ອຍ ແຕ່ລາຍງານຫລາຍ, ສວຍໃຊ້ຂອງສ່ວນລວມ, ຂອງລັດຖະບານມາເປັນຮ່ວງສະເພາະເພຶ່ອຮັບໃຊ້ທອງຖິ່ນ ແລະ ກົມກອງຕົນ…

+ ກ່ຽວກັບປະຊາຊົນ ການສໍ້ລາດບັງຫລວງ ແມ່ນການລັກໂລບເອົາຂອງສ່ວນລວມ, ການລາຍແບບຂີ້ຕົວະ,ການຫລົບຫລີກ,ການເສຍສ່ວຍ.

ສາເຫດອັດຕະວິໄສຂອງຜູ້ສໍ້ລາດບັງຫລວງແມ່ນ.
ຂາດມະໂນທຳ ພະນັກງານບາງສຳນັກງານອົງການ ຖ້າເປັນຜູ້ໃຫຍ່ກໍມີສິດຫລາຍ, ເປັນຜູ້ນ້ອຍກໍມີສິດຫນ້ອຍ ແຕ່ເຖີງວ່າຈະໃຫຍ່ ຫລື ນ້ອຍ ຖ້າຫາກຂາດມະໂນທຳ ແລ້ວໂອກາດຈະແຫ້ນກິນ, ໂອກາດເອົາຂອງລວມມາເປັນຂອງໂຕນັ້ນສູງ.

ຂາດນ້ຳໃຈຮັບຜິດຊອບ ຢຶນຢູ່ພູຫນ່ວຍນີ້ ຫລຽວເບີ່ງພູຫນ່ວຍນັ້ນ. ເຮັດວຽກຊັກຊ້າ ບໍ່ສຳເລັດວຽກ ເພາະລັກໂລບເອົາເວລາ ຂອງລັດ ແລະ ປະຊາຊົນ. ມາເຮັດສີ່ງສ່ວນຕົວ.

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...