ນີທານຊຽງຫມ້ຽງ

 ນິທານຊຽງຫມ້ຽງ ຕອນພະນັນກິນຫນ້ຽງພໍ່ຄ້າຫມ້ຽງ

ໃນມື້ຫນຶ່ງຂະນະທີຈົວຄໍາລົງໄປອາບນໍ້ບັງເອີນມີພໍ່ຄ້າໄທຄັງຫາບຫມ້ຽງມາຂາຍ, ພໍ່ ມາ ເຖິງແຄມນໍ້າພໍ່ຄ້າຈຶ່ງຖາມວ່າ "ຈົວເອີຍນໍ້ານີ້ເລິກຕື້ນພຽງໃດເດຈົວຄໍາຈຶ່ງຕອບວ່າ "ເລິກ ຫຼືຕື້ນກໍ່ເບິ່ງເອົາເດເລີຍວ່າແນມເຫັນຢູ່ບໍ່ແມ່ນບໍ?ຝ່າຍພໍ່ຄ້າໄທຄັງຈຶ່ງຖາມຈົວຄໍາຕື່ມອີກວ່ານໍ້ນີ້ພວກຂ້ອຍຈະຂ້າມໄດ້ບໍ່?ຈົວຄໍາຈຶ່ງຕອບວ່າ"ໃຜຊິສາມາດຂ້າມໄດ້ຫ້ວຍນ້ໍາບັກກວ້າງໆ"ມາຊາງຖາມແນວເປັນໄປບໍ່ໄດ້ແທ້ຄັນບໍ່ວ່າຈະມີພະອິນລົງມາອູ້ມເອົາຂ້າມພຸ້ນບຈຶ່ງຊິຂ້າມໄດ້". ... ພວກພໍ່ຄ້າໄດ້ຍິນຄໍາຕອບຂອງຈົວເປັນວາດຂັດຫູກໍຈຶ່ງທ້າພິສູດຄວາມຈິງກັບຈົວຄໍາທັນທີ ພວກພໍ່ຄ້າເວົ້າວ່າຖ້າພວກຂ້ອຍຂ້າມໄດ້ຈົວຊິເສຍຫຍັງໃຫ້? ຈົວຄໍາຕອບອອກໄປທັນທີເອີເອົາໂລດນາຖ້າສູເຈົ້າຂ້າມໄດ້ແທ້ຂ້ອຍຊິເອົາຜ້າຄຸມຜ້າສະບົງຜ້າມັດເອິກມັດແອວໃຫ້ຫມົດໂລດ”, ຈົວຄໍາຖາມວ່າ: ຖ້າສູເຈົ້າຂ້າມບໍ່ໄດ້ເດຊິເສຍຫຍັງໃຫ້ຂ້ອຍ ວ່າ ເບິ່ງດູ?” ພໍ່ຄ້າໄທຄັງຮັບປາກສຽງດຽວກັນວ່າຖ້າຂ້າມບໍ່ ແດ້ຊິຍອມເສຍຫມ້ຽງໃຫ້ຈົວ, ແຕ່ຈົວຄໍາເວົ້ານໍາພໍ່ຄ້າໄທຄັງວ່າຢາພະນັນຂັນແຂງກັນເທາະນາມັນຊິເສຍ. ມ້ຽງໄດມັນຊິເຄີກຂາຍລ້າໆ"ແຕ່ພວກພໍ່ຄ້າກໍເປັນມົ້ງເປັນມໍວ່າຈະຂ້າມໃຫ້ໄດ້.

ເມື່ອທັງສອງຝ່າຍຕົກລົງປົງໃຈກັນຮຽບຮ້ອຍແລ້ວ, ພວກພໍ່ຄ້າໄທຄັ້ງກໍ່ພາກັນແບກຫາບ ຫນຽງຂາມນໍ້າ, ລາງຄົນກໍ່ລອຍ, ລາງຄົນຍ່າງລຍ, ລາງຄົນກໍມຸດ, ເອົາແຕຜຄິດອອກ ທັງພອງໂຮຟອງ ແຊວຄິດວາຕົນໄດ້ໄຊຊະນະຈົວແລ້ວ, ພໍ່ແຕ່ຂ້າມມາເຖິງຝັ່ງຕົວຢູ່ ພວກພໍຄາກໍຖາມເອົາເຄື່ອງພະນັ້ນຈາກຈົວ,ທັງເວົ້າຂວາຈົວເປັນຈົວມີສິນມີທໍາຢ່າຕົວະຢາບ້ຽວຢາປຽນປີ້ນຄວາມໄດເປັນຈົວຂາດສິນ ທໍາບໍ່ດີໃດ ຮີບຟ້າວແກ້ຜ້າສະບົງອອກມາໃຫ້ພວກເຮົາຕາມທີ່ໄດ້ຕົກລົງກັນໄວ . . - ຈົວຄໍາຈຶ່ງເວົ້າກັບພວກພໍ່ຄ້າໄທຄ້າວ່າໂຢວ ຊິເອົາໃຫ້ສເຈົ້າແນວໃດພວກສູເຈົ້າບໍ່ໄດ້ພາກັນຂ້າມ ນໍ້າ. ພວກສູເຈົ້າພາກັນລອຍມານີ້ນາ. ຄັນຂ້າມກໍຢວ່າງຂາຂ້າມແຕຝັງນັ້ນມາຮອດຝັງນີຊັ້ນຕະວາ. ຈົ່ງຊແມນ.ບັດນີ້ກຊິເອົາຫມ້ຽງຂອງສເຈົ້າຕາມທີ່ໄດ້ພະນັນກັນກຫາກຫ້າມແລ້ວສຫາກບໍ່ຟັງຈົງພາກັນເອົາ ຫມ້ຽງມາມອບໃຫ້, ຢ່າໃຫ້ເສຍສັດຈະໄດ້ບຮານວ່າເສຍສັດຈະນີ້ຕາຍດີກວ່າ". ແຕ່ປາກົດວ່າພໍ່ຄ້າໄທຄັງບໍ່ຍອມມອບຫມ້ຽງໃຫ້ຈົວຄໍາງ່າຍໆຖຽງກັນພືດຍີ່ຫນີນັ້ນຈົນຄວາມຜິ້ວຟົ້ງໄປເຖິງພະຍາ. ເຂົາເຈົ້າຈຶ່ງພາກັນ ຂຶ້ນໄປຂາບໄຫວ້ເລົ່າເຫດການທີ່ເກີດຂຶ້ນທັງຫມົດໃຫ້ພະຍາໄດ້ຮູ້, ເມື່ອພະຍາພິຈາລະນາດູຄັກແນ່ແລ້ວກໍ ຫາກແມ່ນຄວາມຂອງຈົວຄໍາແທ້ ເພາະພວກພໍ່ຄ້າໄທຄັງບໍ່ໄດ້ຂ້າມນໍ້ມາຄືເວົ້າເຂົາພາກັນລອຍເອົາ.ພະຍາຕັດສິນຕາມພິມເມືອງມາແຕ່ບູຮານຈຶ່ງບອກໃຫ້ພວກພໍ່ຄ້າເສຍຫມ້ຽງໃຫ້ຈົວຄໍາຄົນລະສີ່ຊ້າຫ້າບາດ (ຕາຊິງ), ຢາໃຫ້ເອົາເກີນນັ້ນບໍ່ດີແລ. - ເມື່ອພວກພໍ່ຄ້າໄທຄັງກັບໄປເຖິງ, ຈົວຄໍາຈຶ່ງຖາມວ່າ ພະຍາເພິ່ນຕົກລົງແນວໃດໃຜຖືກໃຜຜິດແທ້?" ພວກພໍ່ຄ້າກໍເວົ້າຊື່ຕາມຄວາມທີ່ພະຍາຕັດສິນວ່າ ພະອົງບອກໃຫ້ຈົວໄຫມແຕ່ພຽງສີ່ຊ້າຫ້າບາດເທົ່ານັ້ນ ບໍ່ໃຫ້ເອົາລື່ນເອົາເກີນ“. ຝ່າຍຈົວຄໍາໄດ້ຍິນກໍຄຶດຫົວຍຸ້ມໆຢູ່ກົກແຂ້ວແລ້ວເວົ້າຕໍ່ພວກພໍ່ຄ້າວ່າດີແລ້ວເດ ພະຍາເພິ່ນເຮັດຖືກຮີດຖືກຄອງ“. ເວົ້າແລ້ວ, ຈົວກໍເອົາບາດຫ້າຫນ່ວຍມາຕັ້ງໄວ້, ເອົາຊ້າສີ່ຫນ່ວຍມາ ຕັ້ງໄວ້ອີກແລ້ວບອກພໍ່ຄ້າເອົາຫມ້ຽງມາໃສ່ໃຫ້ເຕັມສີ່ຊ້າຫ້າບາດ. ພໍ່ຄ້າໄທຄັງປານວ່າຕາຍທັງຢືນເອົາໂລດ ຄິດວ່າແມ່ນສີ່ຊ້າຫ້າບາດຕາຊິງຊັ້ນດອກ. ອັນນີ້ມັນຕັ້ງແມ່ນຫ້າຫນ່ວຍບາດ ສີ່ຫນ່ວຍກະຊ້າຫມ້ຽງ ຢູຫາບກໍຫມົດ ພໍດີຄາວນີ້ຕ້ອງດັບວອດຄົວເຮືອນຈະຫາເງິນໃສໄປໃຊ້ຫນີ້ສິນກູ້ຢືມມາລົງທຶນ. - ເມື່ອພວກພໍ່ຄ້າໄທຄັງມອບຫມ້ຽງສີ່ຊ້າຫ້າບາດໃຫ້ຈົວຄໍາແລ້ວກໍເຫຼືອແຕ່ໂຕລ້ອນຈ້ອນຈຶ່ງພາກັນເຂົ້າ ເຝົ້າພະຍາເພື່ອຂໍອໍາລາກັບຄືນ. ພະຍາຈຶ່ງໄດ້ຖາມວ່າ ໄດ້ເສຍຫມ້ຽງໃຫ້ຈົວຕາມທີ່ໄດ້ສັ່ງແລ້ວບໍ? ພວກພໍ່ຄ້າ ກໍຕອບວ່າໄດ້ເສຍໃຫ້ຈົນຫມົດເນື້ອຫມົດຕົວເພາະງົວໄຫມເອົາແທ້ເອົາວ່າ, ເອົາຫ້າຫນ່ວຍບາດສີ່ຫນ່ວຍກະ ຊ້າມາຜອງເອົາແທ້ໆ. ພະຍາໄດ້ຟັງກໍຄິດຢາກຮ້າຍໃຫ້ຈົວ ເພາະເຮັດເກີນຮີດບ້ານຄອງເມືອງທັງອີ່ດ ສົງສານພວກພໍ່ຄ້າໄທຄັ້ງທີຫມົດເນື້ອຫມົດຕົວ. ພະອົງຈຶ່ງສັງໃຫ້ເປີດພະຄັງຫຼວງເອົາເງິນມາທານໃຫ້ພວກ -ູ່ຄ້າພໍໃຫ້ໄປເປັນທຶນເປັນຮອນ. - ຫຼັງຈາກພວກພໍ່ຄ້າອໍາລາໄປແລ້ວ, ພະຍາກໍຍັງຄິດຄຽດໃຫ້ຈົວບໍ່ແລ້ວບໍ່ລືມຈຶ່ງມີຄໍາສັ່ງໃຫ້ຈົວຄໍາ ສຶກອອກມາເປັນຊາວບ້ານທັນທີ,ເພາະເຫັນວ່າການກະທໍາຂອງຈົວຄໍາຄາວນີ້ມັນບໍ່ແມ່ນວິໄສທີຈົວຈະ ຮັດແນວນັ້ນຜິດຮີດຈົວຄອງພະແລ້ວສິກສາດີກວ່າ,ຈົວຄໍາກໍບໍ່ຂີນຄໍາສັ່ງຂອງພະຍາຜູ້ເປັນອ້າຍຈຶ່ງໄດ້ສິກອອກມາ, ຄົນທັງຫຼາຍຈຶ່ງເອີ້ນວ່າ "ຊຽງຫມ້ຽງ "ທ້າວຄໍາ ຫຼື ຊຽງຫມ້ຽງ ກໍບໍ່ໄດ້ຫນີໄດ້ຜ່າຍໄປໃຈ ຊຽງຫມ້ຽງໂດຍບໍ່ມີບັນຫາໃດ ໆ.ຕາຍຊຶ່ງເອີ້ນ່ວາຊຽງຫມ້ຽງເພາະໄດ້ໄຫມຫນ້ຽງພໍ່ຄ້າໄທຄັ້ງຫັ້ນແລະ ຫຼັງຈາກແລ້ວຫນ້າກໍບໍ່ໄດ້ຫນີໄດ້ຜ່າຍໄປໃສ, ຍັງເປັນຄົນຮັບໃຊ້ພະຍາປະຈໍາ ໂຮງ,ເວົ້າເກັບກໍມີແຕ່ ດຽວເທົ່ານັ້ນທີ່ ມີສິດພິເສດສາມາດເຂົ້າອອກນອກໃນຫໍຜາສາດລາຊະມຸນທຽມນີ້ໄດ້

 Ø ຊຽງຫມ້ຽງ

 ເຊົ້າຫນຶ່ງ  ພຽງຢ່າງຍ້າຍ      ເລາະທົ່ງຄົນດຽວ

             ຫາປູປາ             ຢູ່ຫນອງແຄມບ້ານ

 ຍາມນັ້ນ   ຊຽງແສນຮ້ອນ       ຊອນເຊົາຊົ້ນຮົ່ມ

             ແດດແກ່ກ້າ          ນອນກ້ອງຮົ່ມໄຮ

            ພໍເມື່ອຫຼັບເຊື້ອບແລ້ວ ຈວນຈື່ຄວາມຝັນ

            ສຽງໂຮແຊວ ລັ່ນລືດັງກ້ອງ

        ຂະບວນນ້ໍາ           ເດິນມາຕາມທົ່ງ

 ພະຍາ    ລົງຈາກມ້າ           ຈາຕ້ານຕໍ່ຊຽງ

ຊຽງເອີຍ   ຄັນແມ່ນເຈົ້າ        ເລ້ລ່ຽມຫຼັກແຫຼມ

            ລອງຕົວະ            ລູ່ລົງຫນອງນ້ໍາ

ຄັນວ່າ      ໂຕຕົວະໄດ້         ຊັບສິນມີຄ່າ

             ຍໍຍົກໃຫ້           ໄປບ້ານບໍ່ຂີນ ດອກນາ    

ແຕ່ນັ້ນ      ຊຽງກ່າວຕ້ານຈາ     ຕໍ່ພະຍາເມືອງ

             ຂໍອາໄພນອົງ        ພະຍາເປັນເຈົ້າ

          ແນວຮຽມນີ້        ຕົວະລົງເລີງຍາກ

 ແຕ່ຫາກ   ຕົວະທ່ານຂື້ນ     ຄົງໄດ້ງ່າຍດາຍ

ທ່ານເອີຍ   ພະຍາ ບໍ່ຊັກຊ້າ   ລຸຍລູລົງຫນອງ

ເຫຼືອບຕາແນມ ບອກຊຽງຕົວະຂື້ນ

ແຕ່ແລ້ວ ຊຽງຫົວຍຸ້ມ ເສີຍເມີຍເວົ້າວ່າ

ຕົວທານ ລົງຮຽບຮອຍ

ຊິນອນຫັ້ນ ກະຊ່າງຕາມ!


ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...