วันอาทิตย์ที่ 25 ตุลาคม พ.ศ. 2563

ນິທານ

ທອງດີເປັນພີ່ອ້າຍ ນ້ອງຊາຍຊື່ທອງດໍາ, ຢູນໍາກັນສອງຄົນ ພໍ່ແມ່ເສັຽເປັນກໍາພ້າສາຍຝົນ ທອງດໍາຜູ່ນ້ອງຫຼ້າ ເປັນຄົນດີຫມົດທຸກຢ່າງ ສາຕາງທອງດີພີອ້າຍ ເລວຮ້າຍຊົ່ວຊາມ..ທອງດໍາສ່ວນທອງດໍາຢູ່ບ້ານ ສືບຕໍ່ທໍານາມ ຊອກຫາປາງົມຫອຍ ລ້ຽງຕົນຊູຊີບ ເງິນບໍ່ມີພໍກີບແຕ່ຫົວໃຈຊ້ອຍຊື່ນ ຄືນແລະວັນຢູ່ບ້ານ ກິນເຂົ້າແລ້ວກໍເລົ່ານອນ...ຫັ້ນແລ້ວຫາເຮັດວຽກ ຮົ້ວໄຮ່ນາສວນ , ທອງດີມັກກໍ່ກວນ ສໍ້ໂກງຊາວບ້ານ ການງານມີແຕ່ນ້ອງ ທອງດໍາບາກບັນ ທອງດີຄົນກຽດຄ້ານ ງານວຽກບໍ່ໃສ່ໃຈ..ຫຼາຍເດືອນປີຜ່ານພົ້ນ ເລີຍລ່ວງກາຍໄປ ທອງດີຄົນຈັງໄຮ ໄລລັກຄວາຍຊາວບ້ານ,ທາງການຈັບຕົວໄດ້ ຄຸມໄປຢູ່ໃນຄຸກ ທອງດີອຸກອັ່ງເອົ້າ ກິນເຂົ້າຈານນ້ໍາຕາ...ຫັ້ນແລ້ວ

SIPASRET

 

 


ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...