ຂ້າຈະເວົ້າ ເລື່ອງໝູກັບມາ
ໝູເຮັດນາ ຫມາໄດ້ກິນເຂົ້າ
ພວກຜູ້ເຖົ້າ ເລົ່າເປັນນິທານ
ໃຫ້ລູກຫຼານ ໄດ້ຈໍາໄດ້ຈື່
ຄືຄັ້ງນຶ່ງ ດົນແລ້ວຜ່ານມາ
ມີພໍ່ນາ ລ້ຽງຫມູຫນາໄວ້
ທັງເປັດໄກ່ ສັດລ້ຽງຫຼາຍແນວ
ມີທັງແມວ ພ້ອມນົກກະຈອກ
ພໍ່ນາບອກ ໃຫ້ຫມູກັບຫມາ
ໄປເຮັດນາ ຊອ່ຍວຽກກູແດ່
ກູຊິແວ່ ເຂົ້າປ່າຫາຟືນ
ແລ້ວຊິຄືນ ບ່າຍຕາເວັນຄ້ອຍ
ເວົ້າແລ້ວນ້ອຍ ອອກຈາກເຮືອນໄປ
ຫມາຫົວໃສ ນັ່ງຫມູບຈູ່ຄູ່
ປ່ອຍໃຫ້ຫມູ່ ຫນູໄປເຮັດນາ
ແລ້ວພວກຫນາ ໄລ່ຫຍອກກັນຫຼີ້ນ
ຈົນດິນປີ້ນ ມີແຕ່ຮອຍຫນາ
ພໍ່ນາມາ ເຫັນຫມູນອນຢູ່
ຈຶ່ງມາຕູ ວ່າຫນູຂີ້ຄ້ານ
ນອນຢູ່ບ້ານ ບໍ່ຊອ່ຍວຽກຫນາ
ພໍນາເລີຍ ຮ້າຍຫມູຢ່າງໃຫ່ຍ
ໄມ້ຄ້ອນໃສ່ ປາກຫນູຈົນເປ
ພວກຫມາເຮ ຫົວຂັວນຫນູຮ້ອງ
ຈົນໂຈມທ້ອງ ໄສ້ຂົດໄສ້ໂຂ
ຫົວພາໂລ ປາກໂຕຈົນ ອີກແລ້ວ
* ວານນີ້ຮັກ ວັນນີ້ລືມ
ວັນວານ ຮິມຄອງ
ຍັງຮັກ ເກາະແຂນ
ຄູ່ນ້ອງ ບໍ່ແກ່ນ
ຫນຽວແຫນ້ນ ຄຽງຢ່າງ
ຄວາມຮັກ ຈົນເຖິງ
ບໍ່ເທ ຫມາຍສ້າງ
ເລິກເຊິ່ງ ທຸກຢ່າງ
ທັບມ້າງ ຮ່ວມກັນ
ຕໍ່ມາ ເຄີຍມີ
ເຮັດໃຫ້ ພຽງວັນ
ວັນນີ້ ສໍາພັນ
ຄວາມຝັນ ຄືນດຽວ
ເຫັນເຈົ້າ ເດິນກາຍ
ຊາຍເອີ້ນ ຈຶ່ງປຽ່ວ
ຄຽງຊາຍ ກອດກຽວ
ບໍ່ຫຼຽວ ເອກາ
ຮັກເຮົາ ເຈົ້າຈຶ່ງ
ຄໍາເຄີຍ ນາງມາ
ຮີມບຶງ ໄລລາ
ສັນຍາ ປຽ່ນໄປ
§ ຊ້າງກັບມົດແດງ
ຍັງມີດົງໃຫ່ຍກວ້າງ ນາມຊື່ຫິມມະພານ
ມີຊ້າງສານນຶ່ງຕົວ ທຽວມົວອາລະວາດ
ບໍ່ມີໃຜບັງອາດ ກາຍມາຂວາງຫນ້າ
ສັດສາໃຫ່ຍແລະນ້ອຍ ຂະໂຢງເຕັ້ນແລ່ນຫນີ
ສັດທັງຫຼາຍແລນລີ້ ບໍ່ຫານກີດຂວາງທາງ
ປົບຫນີໄປເຮືອນຮັງ ແລນຕາຍເກງຢ້ານ
ຊ້າງສານຮົນເຮຮ້ອງ ກ້ອງດົງຈົນສະນັ້ນ ນັນປານສຽງຟ້າຮ້ອງ ດັງກ້ອງກູໄກ...
ວັນນຶ່ງຂ້າງໂຫດຮ້າຍ ຍ້າຍຍ່າງຕາມທາງ ເຫັນມົດແດງແປງຮັງ ຈຶ່ງຮ້ອງດັງທັງເວົ້າ
ພວກເຈົ້າ ໂຕນ້ອຍໆ ຫານຕັນທາງຊ້າງໃຫ່ຍ ຊ້າງໂມໂຫເຮັ່ງຮ້າຍ ເດງວງກ້ຽວໃສ່ຮັງ....
ມົດເຫັນຮັງພັງມ້າງ ເລີຍແລ່ນໄຕ່ຕາມງ່ວງ ແລນຕາມກັນເປັນພວງ ເຂົ້າກັດຫູຊ້າງ
ບາງຜ່ອງພາກັນເຂົ້າ ໃນງວງເປັນກຸ່ມ ລຸມແລ່ນກັດທົ່ວທີບ ຈົນຊ້າງຮ້ອງເກືອບຕາຍ...ຫັ້ນແລ້ວ
§ ປາ ກັບ ປູ
ຍັງມີຫນອງໃຫຍ່ກວ້າງ ສຸດຊົ່ວສາຍຕາ ມີຫມູ່ປາຫຼວງຫຼາຍ ຢູ່ໃນຫນອງນ້ໍາ ສາຍຝົນ ຍາມສວາຍປລົງຫຼິ້ນ ໃນຫນອງມ່ວນຊື່ນ ໄປຢາມປາຢູ່ພື້ນ ຫນອງນ້ໍາທຸກວັນ ປາຊວນປທ່ຽວຫຼິ້ນ ຫຼາຍບ່ອນຝພີນໃຈ ສະບາຍສຸກສໍາລານ ທ່ຽວກັນຫຼາຍມື້ ປາພາບໄປຮີ້ ເຮືອນຮັງບ່ອນກ້ງຢູ່ ພາປໄລ່ຢອກກຸ້ງ ຫມົດມື້ມ່ວນໃຈ
ຫຼາຍຄືນວັນຜ່ານພົ້ນ ເລີຍລ່ວງກາຍມາ ເຊື້ອເຊີນຫມູ່ປາ ຂຶ້ນມາຢາມໂຄກ ໄປຫາກັດຮາກເຂົ້າ ໃນນາມ່ວນຊື່ນ ຊວນປາອອກຈາກພື້ນ ຫນອງນ້ໍາຊົ່ວຄາວ ປາໃນຫນອງຊຶມເສົ້າ ເວົ້າຕໍ່ປູນາ ເສັງດາຍເຮົາເປັນປາ ຢູ່ໃນຫນອງນໍ້າ
ຢາກໄປຢາມໂຕແທ້ ເທິງບົກໂຄກໃຫ່ຍ ແຕ່ຫາຍໃຈບໍ່ໄດ້ ຄືດ້າມປູ......ຫັນແລ້ວ
§ ສະເຫນ່ສາວມົ້ງ
ເດືອນຈຽງ ບຸນເລີ່ມຕົ້ນ ປີໃຫມ່ຫນໍເປເຈົ້າ
ເຮົາກໍ ກຽມລົງເລາະ ເບິ່ງບຸນປາງນີ້
ສີສັນດີໂດດດ້ວຍ ຫຼາຍອັນດູແປກ
ສຽງຂັບ ແຫວກແວ່ວມົ້ງ
ແຄນມົ້ງມ່ວນ ສະຫຼອງຄຶກຄື້ນ
ຖັດໄປ ສາວບ່າວພ້ອມ
ຕໍ່ແຍ ກອນຜະຫຍາ
ເຫັນຫມູ່ ຊຸມສາວນ້ອຍ
ຫຼາກສີ ສວມໃສ່ເສື້ອ
ພາພວກພວມໂຍນ ຫມາກຄອນ
ຍ່ອຍແຍງຍັງຊູ້ ທະຍອຍມາມີມາກ
ກະໂປງພ້ອມງົດງາມ ຍິນສຽງ ແຊ້ະ! ແຊ້ະ!
ກ້ອງມອງເບິ່ງດູສະໄຫວ ປະດັບໃນອາພອນ
ພອກເງິນງາມແຍ້ມ ພໍແຕ່ແນມນໍານ້ອງ
ຫົວໃຈພອງຜິດຂະຫນາດ ສະເຫນນາດ
ຢົງເກົ່າມົ້ງ ພາໃຈຫຼົງລັກກ້ຽວ
ທຽວຈ້ອງສ່ອງຕາມ ນ້ອງແລ້ວ
ລາຊະສີ ສິ່ງນະຄອນ
Ø ນົກເລື່ອງນາໆ ຕອນ1
ນົກກົກແກງກູກ້ອງ ຮ້ອງນົກຊວຍປຸມລຸມ
ມາປະຊຸມຫາສຽງ ເລືອກການຈັດຕັ້ງ ຍັງຂາດນາຍບົ່ງຊີ້ ນໍາທາງພວກເປັນ
ນົກນົກຍຸງຍາງແຂກເຕົ້າ ພາກັນເຂົ້າແຂ່ງຂັນ
ນົກພາກັນເຫັນພ້ອມ ລົງເອີ່ຍເຊັນສັນຍາ ເຮົາຄວນເລືອກເອົາກາຄວບຄຸມເປັນເຈົ້າ
ຂໍມອບພາລະໃຫ້ເຝົ້າ ເຮືອນຮັງຍາມບໍ່ຢູ່
ເປັນຜູ້ຄອຍຊຸກຍູ້ ດູແລລູກແລະໄຂ່ເຮົາ
ຄາວນຶ່ງມີນົກເຄົ້າ ເລີຍເລົ່າບໍ່ເຫັນດີ
ວາງລວດລາຍວາທີ ວາກາເລວຮ້າຍ
ຫາກພວກເຈົ້ານັ້ນໄດ້ ກາເປັນນາຍຄົງຫຍຸ້ງໃຫ່ຍ
ມັນຈະກິນໄຂ່ເຈົ້າ ຍາມມັນເຝົ້າຢູ່ຮັງ ຫັ້ນແລ້ວ
ທັງຫຼາຍເຊື້ອນົກເຄົ້າ ບອກເລົ່າຈາຂານ
ເລີຍອອກສຽງດຽວກັນ ເລືອກເອົານົກເຄົ້າ ສ່ວນກາກໍເລີຍເວົ້າ ໃຜເລືອກເອົາຂວັນຫຼົງແນ່
ຕາມັນ ໃຫ່ຍທ່ຽງແທ້ ແສນຮ້າຍກວ່າຜີ...ເບິ່ງແມ!
ไม่มีความคิดเห็น:
แสดงความคิดเห็น