ຄຳສຸພາສິດ

 

ຫົວບົດ: ວິຈານຄໍາສຸພາສິດທີ່ວ່າ:ຕົກຫມູ່ແຮ້ງເປັນແຮ້ງ ຕົກຫມູ່ກາເປັນກາ "

ການດໍາລົງຊີວິດຂອງຄົນເຮົາແນ່ນອນຕ້ອງຢູ່ໃນສະພາບແວດລ້ອມໃດຫນຶ່ງບໍ່ມີຜູ້ໃດຈະຢູ່ນອກ ສະພາບແວດ ລ້ອມ ຫຼື ນອກສັງຄົມໄດ້ ຕ້ອງມີການພົວພັນເຊິ່ງກັນແລະກັນສະເຫມີ. ສະພາບແວດລ້ອມສັງຄົມມີສ່ວນສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງຄົນເຮົາຢ່າງແນ່ນອນ ດັ່ງນັ້ນ,ມັນຈຶ່ງຖືກຕ້ອງສອດຄ່ອງກັບຄໍາສຸພາສິດທີ່ກ່າວໄວ້ວ່າ: ຕົກຫມູ່ແຮ້ງເປັນແຮ້ງຕົກຫມູ່ກາເປັນກາ"

ເມື່ອເຮົາດໍາລົງຊີວິດຢູ່ໃນສະພາບແວດລ້ອມສັງຄົມແນວໃດ, ກຸ່ມຄົນແນວໃດກໍຍ່ອມຈະໄດ້ຮັບຜົນສະທ້ອນຈາກສະພາບແວດລ້ອມອັນນັ້ນ. ສະພາບແວດລ້ອມສັງຄົມເປັນປັດໄຈຢ່າງຫນຶ່ງທີ່ສະທ້ອນເຖິງແນວຄິດ, ຈິດໃຈ, ການປະພຶດ,ການກະທໍາຕ່າງໆຂອງຄົນເຮົາທີ່ດໍາລົງຊີວິດຢູ່ໃນສັງຄົມນັ້ນໆສະພາບແວດລ້ອມສັງຄົມມີ ທັງອັນດີ ແລະ ອັນ ບໍ່ດີ, ຖ້າວ່າຄົນເຮົາຫາກມີຫຼັກຫມັ້ນດີກໍ່ຈະໄດ້ຮັບແຕ່ສິ່ງທີ່ດີແລະ ໃນທາງກົງກັນຂ້າມຖ້າຄົນເຮົາຫາກຄອນແຄນບໍ່ເປັນເຈົ້າການແກ່ຕົນກໍຈະໄດ້ຮັບສິ່ງທີ່ບໍ່ດີເຊັ່ນກັນດັ່ງສຸພາສິດລາວບົດຫນຶ່ງເຄີຍສັ່ງສອນໄວ້ ວ່າ:ພົບຄົນດີມີສີແກ່ຕົວພົບ ຄົນຊົ່ວພາຕົວຫມົ່ນຫມອງ" ນັ້ນກໍ່ສະແດງໃຫ້ເຫັນຄວາມສໍາຄັນຂອງສະພາບແວດລ້ອມສັງຄົມທີ່ມີຕໍ່ຄົນເຮົາ.ຖ້າພົວພັນ ກັບຄົນດີກໍຈະພາໃຫ້ເຮົາໄປໃນທາງທີ່ດີ, ຖ້າພົວພັນກັບຄົນຊົ່ວກໍ່ຈະພາເຮົາໄປໃນທາງທີ່ບໍ່ດີພາໃຫ້ເກີດຄວາມເສື່ອມ ເສຍເຊັ່ນ: ການພົວພັນລະຫວ່າງຫມູ່ເພື່ອນດ້ວຍກັນຖ້າເຮົາພົວພັນກັບເພື່ອນທີ່ດີເຊັ່ນ ເພື່ອຂອງເຮົາເປັນຜູ້ມັກຮໍ່າຮຽນ, ພາເຮົາຄົ້ນຄ້ວາບົດຮຽນ, ຜົນທີ່ຕາມມາເຮົາກໍ່ຈກາຍເປັນຜູ້ມັກຮຽນແລະ ຮຽນໄດ້ດີ ໃນທາງກົງກັນຂ້າມ ຖ້າເຮົາຫາກມີຫມູ່ເປັນຄົນຂີ້ລັກມັກຈະຍຸຍົງຫຼືຊັກຊວນແກ່ດຶງເຮົາໄປລັກຄືກັນກັບເຂົາ ແລ້ວຜົນສຸດທ້າຍກໍ່ຈະຕົກເຂົ້າສູ່ເສັ້ນທາງທີ່ຜິດພາດ,ດັ່ງນັ້ນເຮົາຈຶ່ງເຫັນໄດ້ວ່າສະພາບແວດລ້ອມມີສ່ວນທີ່ຈະສົ່ງຜົນສະທ້ອນຕໍ່ການກະທໍາແລະ ແນວຄິດຂອງ ຄົນເຮົາຢ່າງແນ່ນອນ.

ເວົ້າແນວນີ້ບໍ່ຫມາຍຄວາມວ່າມັນຈະສົ່ງຜົນສະທ້ອນເຖິງຄົນເຮົາໄດ້ທຸກຢ່າງ.. ຄໍາສຸພາສິດບົດນີ້ມີສ່ວນຖືກຕ້ອງ ແລະ ຜິດພາດ, ສ່ວນທີ່ຜິດພາດ ຢູ່ບ່ອນວ່າຄົນເຮົາຈະຕົກຢູ່ໃນສະພາບແວດລ້ອມແນວໃດກໍຕາມ ສາມາດດັດແປງຕົນ ເອງໄດ້,ບໍ່ແມ່ນວ່າຄົນເຮົາຢູ່ໃນສະພາບແວດລ້ອມສັງຄົມທີ່ດີແລ້ວກໍຈະດີໄປຫມົດ.ຖ້າເຮົາຫາກບໍ່ຮູ້ຈັກຮຽນ,ບໍ່ຮູ້ຈັກເຝິກຝົນຫຼໍ່ຫຼອມຕົນເອງກໍ່ບໍ່ສາມາດຈະດີໄດ້..ກົງກັນຂ້າມຫາກຢູ່ໃນສະພາບແວດລ້ອມທີ່ບໍ່ອໍານວຍກໍ່ບໍ່ຫມາຍຄວາມວ່າຄົນເຮົາຈະເປັນຄົນຊົ່ວໄປຫມົດ, ເມື່ອເຮົາຫາກຮູ້ຈັກຄິດໄລ່ໄຕ່ຕອງພິຈາລະນາດັດແປງຕົນເອງ ຮູ້ດີຮູ້ຊົ່ວ, ຮູ້ຖືກຮູ້ຜິດ ກໍ່ສາມາດເຮັດໃຫ້ຕົນເອງກາຍເປັນຄົນດີໄດ້ຄືກັນ.ມີຫຼາຍຄອບຄົວຫຼາຍບຸກຄົນພໍ່ແມ່ເປັນພຽງປະຊາຊົນທໍາມະດາ,ບໍມີລະດັບຄວາມຮູ້ລູກເກີດມາກໍບໍ່ແມ່ນວ່າຈະຄືກັບພໍ່ແມ່ຫມົດທຸກຢ່າງຖ້າຫາກຊອກສະແຫວງຫາຮຽນຮູ້ກໍ່ສາມາດເປັນຜູ້ ທີ່ມີຄວາມກ້າວຫນ້າ ມີຄວາມຮູ້ຄວາມສາມາດສູງໄດ້ໃນທາງກົງກັນຂ້າມ ເຖິງວ່າພໍ່ແມ່ ຫຼືຄົນໃນຄອບຄົວຈະມີຄວາມຮູ້ສູງພຽງໃດແຕ່ລູກພັດບໍ່ເອົາໃຈໃສ່ຮໍ່າຮຽນ,ບໍ່ສົນໃຈຊອກຫາວິຊາຄວາມຮູ້ໃສ່ຕົວ ລູກກໍບໍ່ສາມາດເປັນດັ່ງພໍ່ແມ່ໄດ້.ນີ້ສະແດງໃຫ້ເຫັນວ່າສະພາບແວດລ້ອມບໍ່ສາມາດສົ່ງຜົນສະທ້ອນເຖິງຄົນເຮົາຫມົດທຸກຢ່າງໄດ້.ຄົນເຮົາຢູ່ໃນສັງຄົມໃດກໍ່ຕາມເມື່ອຢາກເປັນຄົນດີ,ມີຄວາມກ້າວຫນ້າກໍ່ອາດເລືອກເອົາສະພາບແວດລ້ອມທີ່ດີ, ຫມາຍຄວາມວ່າເລືອກພົວພັນແຕ່ສິ່ງທີ່ດີ,ເມື່ອຕົກຢູ່ໃນສະພາບແວດລ້ອມທີ່ບໍ່ດີແລ້ວກໍບໍ່ຄວນປະປ່ອຍໃຫ້ອັນບໍ່ດີ ແກ່ ດຶງເຮົາໄປ.ໃນການຮໍ່າຮຽນ ແລະການພົວພັນຫມູ່ຄູ່ກໍເຊັ່ນດຽວກັນ ຄວນເລືອກເອົາການພົວພັນທີ່ເຫັນວ່າຖືກຕ້ອງແລະຈະນໍາຕົນເອງໄປໃນທາງທີ່ດີ,ຫຼີກເວັ້ນການພົວພັນກັບກຸ່ມຄົນທີ່ຈະພາຕົນໄປໃນທາງເສຍຫາຍ,ເສຍການຮຽນໃນການພົວພັນຫມູ່ຄູ່ກໍ່ຄວນເບິ່ງອີກວ່າຜູ້ໃດດີແທ້ຜູ້ໃດສົມຄວນຈະເອົາເປັນເພື່ອນແລະ ບໍ່ສົມຄວນເອົາເປັນເພື່ອນ. ສິ່ງ ດັ່ງກ່າວນີ້ມັນເປັນສິ່ງທີ່ທຸກຄົນຕ້ອງໄດ້ພິຈາລະນາ, ຕຶກຕອງຈຶ່ງຈະບໍ່ໃຫ້ຕົນເສຍທາດຂາດຄຸນຫຼືຮັບເອົາຜົນສະທ້ອນອັນບໍ່ດີຈາກສະພາບແວດລ້ອມນັ້ນ.ຜ່ານຈາກການໄຈ້ແຍກມານັ້ນເຮົາສັງເກດເຫັນວ່າ ຄໍາສຸພາສິດນີ້ມີທັງສ່ວນຖືກແລະສ່ວນຜິດ,ເຖິງຢ່າງໃດກໍຕາມມັນກໍ່ເປັນປະໂຫຍດໃນການຕັກເຕືອນສະຕິພວກເຮົາ ໃຫ້ເອົາໃຈໃສ່ເຖິງສະພາບແວດລ້ອມສັງຄົມທີ່ຢູ່ອ້ອມຂ້າງ.ຄວນຍອມຮັບເອົາສະພາບແວດລ້ອມທີ່ດີ ແລະພະຍາຍາມປະຕິເສດສະພາບແວດລ້ອມທີ່ບໍ່ດີ,ພ້ອມກັນນັ້ນກໍດັດແປງຕົນເອງອີກ.ສໍາລັບນັກຮຽນພວກເຮົາສູພາສິດນີ້ໄດ້ບອກເປັນຄະຕິສອນໃຈໃຫ້ຮູ້ຈັກພົວພັນກັບຫມູ່ຄູ່ໃນສັງຄົມແລະ ຮູ້ຈັກຮ່ໍາຮຽນເອົາແຕ່ສິ່ງທີ່ດີເທົ່ານັ້ນ,ເຮົາຕ້ອງເປັນເຈົ້າການດັດແປງປັບປຸງຕົນເອງໃຫ້ເຂົ້າກັບສະພາບແວດລ້ອມສັງຄົມທີ່ເຫມາະສົມ ແລະ ຖືກຕ້ອງ. ດັ່ງນັ້ນ, ມັນຈຶ່ງສອດຄ່ອງກັບສຸພາສິດທີ່ວ່າ:ຕົກຫມູ່ແຮ້ງເປັນແຮ້ງຕົກຫມູ່ກາເປັນ ກາ".

ຫົວບົດ: ອະທີບາຍ - ພິສູດຄໍາເວົ້າທີ່ວ່າ:

ຄົບຄົນດີ ມີ ສີແກ່ຕົວ ຄົບຄົນຊົ່ວພາຕົວຫມົ່ນຫມອງ"

ໃນການດໍາລົງຊີວິດຂງຄົນເຮົາມັນຂຶ້ນກັບສະພາບແວດລ້ອມແຕ່ມັນກໍ່ປ່ຽນໄປຕາມກາລະ ຕາມການກະທໍາຂອງແຕ່ລະບຸກຄົນເຖົ້າແກ່ບູຮານໄດ້ຕັກເຕືອນສັ່ງສອນລູກຫຼານຂອງຕົນ

ໃຫ້ມີສະຕິລະວັງຕົວໃນການທີ່ຈະຄົບຄ້າສະມາຄົມສະຫນິດສະຫນົມກັບຫມູ່ເພື່ອນສະຫາຍ. ດັ່ງຄໍາສຸພາສິດລາວບູຮານທີ່ວ່າ:ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວຫມົ່ນຫມອງ"

ມວນມະນຸດທີ່ດໍາລົງຊີວິດຢູ່ຮ່ວມກັນນັ້ນພົວພັນຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານວັດຖຸແລະ

ຈິດໃຈການແລກປ່ຽນຄວາມຄິດເຫັນລະຫວ່າງຄົນຄ້ວຍກັນຈຶ່ງເປັນສິ່ງທີ່ຄົນທຸກຄົນບໍ່ສາມາດປະຕິເສດໄດ້.

ຄວາມຜູກພັນຄວາມຮນັກແພງຂອງຄົນເຮົາຈະບໍ່ໄດ້ຢຸດເຊົາ ຫຼືຈໍາກັດຢູ່ໃນຂອບເຂດຂອງຄອບຄົວຂອງເຊື້ອສາຍວົງຕະກຸນເທົ່ານັ້ນແນ່ນອນມັນຈະຕ້ອງແຜ່ຂະຫຍາຍ

ກວ້າງອອກໄປຕາມການເຄື່ອນໄຫວຊີວິດຂອງໃຜລາວ,ແຕ່ເຖິງຢ່າງໃດກໍ່ຕາມສັງຄົມຫນຶ່ງໆກໍ່ມີທັງຄົນດີ ແລະ ຄົນບໍ່ດີປະປົນຢູ່ນໍາ. ແຕ່ວ່າຄົນດີນັ້ນແມ່ນຄົນທີ່ມີແນວຄິດ ແລະການກະທໍາທີ່ຖືກຕ້ອງມີວິທີການດໍາລ ຊີວິດທີ່ປອດໃສຂາວສະອາດຮູ້ປະພຶດປະຕິບັດຕົນ ຫຼືເຄື່ອນໄຫວໄປມາຖືກຕ້ອງຕາມລະບຽບກົດຫມາບຖືກຕ້ອງຕາມຮີດຄອງປະເພນີຂອງບ້ານເມືອງອັນນໍາມາ

ເຊິ່ງຄວາມຮັກແພງຄວາມໄວ້ເນື້ອເຊື້ອໃຈຈາກຫມູ່ຄູ່ກໍ່ຄືຄົນຢູ່ອ້ອມຂ້າງ. ດັ່ງນັ້ນ, ຖ້າພວກເຮົາຫາກໃກ້ສິດຕິດພັນຫຼື ພົບປະກັບຄົນດີແລ້ວຊີວິດເຮົາກໍ ຈະກ້າວໄປຕາມເສັ້ນທາງທີ່ສົດໃສ ແລະດີງາມຄືກັບເຂົາເຈົ້າເຊັ່ນວ່າ: ຢູ່ໃນໂຮງຮຽນ ຫຼື ຫ້ອງຮຽນ ຖ້າພວກເຮົາຫາກພົວພັນຢ່າງສະຫນິດສະຫນົມກັບຫມູ່ເພື່ອນຜູ້ທີ່ມີລະບຽບວິໄນດີມັກຄົ້ນຄວ້າຮໍ່າຮຽນ

ເພື່ອຊອກສະແຫວງຫາຄວາມສະຫຼາດຫຼັກແຫຼມໃສ່ຕົນເອງໃນທີ່ສຸດເຮົາກໍ່ຈະກາຍເປັນນັກຮຽນດີ, 

ຮຽນເກັ່ງເປັນສິດທີ່ດີຂອງຄູ ອາຈານເປັນລູກກະຕັນຍູຂອງພໍ່ແມ່ແລະ ກາຍເປັນພົນລະເມືອງດີ ທີ່ ມີກຽດສັກສີຢູ່ໃນສັງຄົມ. ນອກຈາກບັນຫາທີ່ກ່າວມາຂັ້ນເທິງນັ້ນ ຍັງບໍ່ທັນພຽງພໍ ໃນສັງຄົມຫນຶ່ງໆ ນອກຈາກມີຄົນດີເປັນຈໍານວນຫຼວງຫຼາຍແລ້ວກໍ່ບໍ່ສາມາດປາສະຈາກໄດ້ຄົນອີກຈໍາພວກຫນຶ່ງທີ່ທໍາຕົວ

ເປັນຄົນບໍ່ດີບໍ່ແຕກຕ່າງຫຍັງກັບຕົ້ນຫມາກໄມ້ຕົ້ນຫນຶ່ງທີ່ມີຫມາກຕື່ງເຕັມເສາະໃສເປັນຈໍານວນຫຼວງຫຼາຍ

ແລ້ວກໍຍັງມີຫມາກໄມ້ບາງຫນ່ວຍຫ່ຽວແຫ້ງແມງກິນປະ ປົນຢູ່ນໍາ.

ຖ້າທຽບໃສ່ສັງຄົມມະນຸດກໍ່ເຊັ່ນດຽວກັນບໍ່ມີສັງຄົມໃດທີ່ຈະມີຄົນດີທັງຫມົດ ເພາະວ່າຍັງມີຄົນຈໍານວນຫນຶ່ງ ທີ່ ຍັງປະພຶດຕົນເປັນຄົນຊົ່ວຊ້າຕໍ່າຊາມສ້າງຄວາມຫຍຸ້ງຍາກສັບສົນແກ່ຫມູ່ເພື່ອນກໍຄືສັງຄົມຈໍານວນນີ້ຄື ກັບເສດວັດຖຸທີ່ ຮົກເຮື້ອເນົ່າເຫມັນເປັນຜິດໄພຕໍ່ສະພາບແວດລ້ອມ ເພາະສະນັ້ນ ຖ້າເຮົາຫາກໄປໃກ້ສິດຕິດພັນກັບກຸ່ມຄົນຈໍາພວກນີ້ ຊີວິດອັນມີຄຸນຄ່າຂອງຄວາມເປັນມະນຸດພວກເຮົາກໍ່ຈະລົງສູ່ເຫວເລິກແຫ່ງຄວາມມອງຫມົ່ນ. ໃນຊີວິດຕົວຈິງກໍແມ່ນແນວນັ້ນແທ້ສົມມຸດວ່າ ຖ້າພວກເຮົາຫາກໄປກິ້ງເກືອກລີເລືອຕິດພັນກັບຫມູ່ເພື່ອນນັກຮຽນທີ່ເປັນຄົນທີ່ບໍ່ປະຕິບັດລະບຽບວິໄນ

ຂອງໂຮງຮຽນຂີ້ຄ້ານມັກງ່າຍບໍ່ມັກຄົ້ນຄວ້າຮ່ໍາຮຽນຂີ້ລັກມັກປຸ້ນຜົນສູດທ້າຍເຮົາກໍ່ຈະໄດ້ຮັບຄວາມລັງ ກຽດຈາກຫມູ່ເພື່ອນທັງຫຼາຍ, ຈາກພໍ່ແມ່ກໍ່ຄືຄູບາອາຈານກາຍເປັນຄົນທີ່ມີໂທດກໍາ ແລະ ບໍ່ມີຄຸນຄ່າໃດໆທັງສີ້ນ ດັ່ງຄໍາສຸພາສິທີ່ ວ່າ

"ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວຫມົ່ນຫມອງ"

ອະທິບາຍ ພິສູດ ວິຈານ ຄຳສຸພາສິດທີ່ວ່າ

ພ້າເຂົ້າຍ່າຟັນແຮງ ຂອງເພິ່ນແພງ

ຍ່າເຂົ້າໃກ້ ຍາກເບິ່ງແທ້ໆ ໃຫ້ຂໍເບິ່ງດູດາຍ

ຄົນລາວເຮົາເປັນຄົນຖະໜອມຖ່ອມຕົນມັກຄວາມຊື່ສັດສຸຈະລິດແລະໃຫ້ກຽດກັນພ້ອມດຽວກັນນັ້ນ ຍັງເປັນຄົນທີ່ບໍ່ອວດອົ່ງທະນົງໂຕບໍ່ມັກໃຊ້ຄວາມຮູ້ຂົ່ມຂູ່ຄົນອື່ນດັ່ງສະແດງອອກໃນສຸພາສິດບົດໜຶ່ງວ່າ:
ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້ ຢາກເບິ່ງແທ້ ໃຫ້ຂໍເບິ່ງດູດາຍ”

 ຄວາມໝາຍ“ພ້າເຂົ້າຢ່າຟັນແຮງຫາກອະທິບາຍງ່າຍໆກໍຄືພ້າທີ່ເຮົາຝົນມາດີມີຄົມເຂົ້າຄັກແນ່ແລ້ວໃຫ້ຄ່ອຍໆຟັນ ຖ້າຟັນແຮງກໍຈະມັກບ່ານຫຼືອາດຕະເລີ່ນຖືກແຄ່ງຖືກຂາກໍເປັນໄດ້ຄືສຸພາສິດອີກບົດໜຶ່ງເຕືອນວ່າກ້າຫຼາຍມັກບ່ານ”ພ້າມີຄົມເຂົ້າດີ ຄົນລາວເຮົາມັກປຽບທຽບໃສ່ກັບຄົນທີ່ມີຄວາມຮູ້ວິຊາ,​ ສະຫຼາດຫຼັກແຫຼມ,ມີຜະຫຍາປັນຍາດີວຸດທິການສຶກສາສູງແຕ່ໃນທຳມະຊາດຂອງຄົນເມື່ອຮູ້ແລ້ວມັກອວດອົ່ງທະນົງໂຕ, ຕອບຖ້ອຍຕໍ່ຄວາມບໍ່ຍອມໃຜຢາກເອົາແຕ່ໂຕເອງເປັນໃຫຍ່ໃຫ້ຜາບແພ້ຕໍ່ຄົນອື່ນດັ່ງນັ້ນບູຮານຈຶ່ງໃຊ້ສຸພາສິດບົດນີ້ເຕືອນໃຈໄວ້ເພາະຍິ່ງມີຄວາມຮູ້ຄວາມສາມາດ,ສະຫຼາດຫຼັກແຫຼມມີວຸດທິການສຶກສາສູງເທົ່າໃດຍິ່ງຕ້ອງອ່ອນນ້ອມຖ່ອມຕົນເທົ່ານັ້ນ ຄືດັ່ງຜະຫຍາບົດໜຶ່ງວ່າ:ຄັນວ່າມີຄວາມຮູ້ຊິຟູໆເວົ້າອວດບໍ່ດີດາຍຍິ່ງແກ່ກໍຍິ່ງກົ້ມສະເໝີເຂົ້າໃນນາຄ່າຂອງຄົນເຮົານີ້ ຕົນຕີຕົນບໍ່ຫ່ອນຄ່ອງຄັນໃຫ້ຝູງພີ່ນ້ອງຍໍຍ້ອງຈັ່ງວ່າດີ”ແລະຄົນທີ່ຮູ້ການນຳໃຊ້ຄວາມຮູ້ຂອງຕົນເອງບໍ່ອວດອົ່ງ ບູຮານເວົ້າວ່າ”​ຄົມໃນຝັກ”

    ຄຳວ່າ”​ຂອງເພິ່ນແພງຢ່າເຂົ້າໃກ້” ໃນທີ່ນີ້ບໍ່ໄດ້ໝາຍເຖິງລາຄາຖືກລາຄາແພງ ແຕ່ຄຳວ່າ“ແພງ” ໝາຍເຖິງຮັກຖະໜອມເຊັ່ນຮັກເຊື້ອແພງຊາດ,ຮັກແພງກັນໂດຍບູຮານເຕືອນໄວ້ວ່າຫາກເປັນຂອງຮັກຂອງຫວງຄົນອື່ນຢ່າໄປວົນ,​ ຢ່າໄປກວນ ເດັດຂາດ ເພາະນິດໄສຄົນລາວເຮົາບໍ່ມັກໃຫ້ໃຜໄປຍາດຂອງຕົນເອງໄປ.​         ນອກຈາກເວົ້າເລື່ອງສິ່ງຮັກຫວງທີ່ເປັນສົມບັດແລ້ວຍັງໝາຍເຖິງຄົນຮັກນຳອີກໂດຍສະເພາະເປັນຊູ້ເປັນແຟນກັນ ບໍ່ຢາກໃຫ້ມີມືທີ 3 ເຂົ້າມາກ່ຽວ ແລະອີກອັນໜຶ່ງແມ່ຍິງລາວເຮົາເປັນຄົນຮັກເນື້ອສະຫງວນຕົວ ບໍ່ຢາກໃຫ້ໃຜຈັບບາຍຂອງຮັກຕົນເອງໄດ້ງ່າຍໆ.ດັ່ງນັ້ງສິ່ງໃດທີ່ເຂົາຮັກເຂົາຫວງກໍຢ່າໄປລ່ວງລະເມີດ ເຊິ່ງມັນຜິດສິລະທຳແລະບາງຢ່າງອາດຜິດກົດໝາຍດ້ວຍຊໍ້າ.ເຖິງຢ່າງໃດກໍຕາມບູຮານມີທາງອອກແນະນຳໃຫ້ວ່າ ຫາກຢາກເບິ່ງແທ້ໆ ກໍໃຫ້ຂໍເບິ່ງນຳເພິ່ນດ້ວຍຄວາມຈິງໃຈ ຫາກບໍ່ໃຫ້ເບິ່ງກໍຢ່າໄປຊູຊີ.​ໃນຊີວິດຕົວຈິງ ຫາກຜູ້ໃດທີ່ມັກອວດອ້າງຄວາມຮູ້ຈົນລືມເບິ່ງສະພາບຄວາມເປັນຈິງຂອງສັງຄົມ ເຖິງແມ່ນວ່າຊິເກັ່ງປານໃດກໍຕາມຫາກບໍ່ຮູ້ຈົ່ງຈຽມຄຳເວົ້າຄຳວ່າຕົນເອງ ກໍສໍ່າກັບດາບສອງຄົມ,​ ກາຍເປັນກົບຕາຍຍ້ອນປາກ ເພາະທຳມະຊາດຂອງຄົນບໍ່ມັກໃຫ້ໃຜມາເວົ້າເກີນໜ້າເກີນຕາ,​ ບໍ່ມັກໃຫ້ໃຜມາເວົ້າຫັກລ່ຽມຕົນຈົນເກີດເປັນປໍລະປັກຕໍ່ກັນສັງຄົມເຮົາປັດຈຸບັນມັກເຫັນຄົນຜິດຖຽງກັນຍ້ອນບໍ່ຊ່າງເວົ້າຊ່າງອອຍກັນ,ບໍ່ຄ່ອຍເວົ້າຄ່ອຍວ່າເອົາແຕ່ຕົນເອງຝ່າຍດຽວກໍມັກເກີດບັນຫາອີກອັນໜຶ່ງບັນຫາເລື່ອງລ່ວງລະເມີດຂອງຮັກຂອງຫວງ,​ ຂີ້ລັກງັດແງະ,​ ປຸ້ນຈີ້,​ ຫຼິ້ນຊູ້ຊູເມຍທ່ານ,​ ຍາດແຍ່ງແຟນຄົນອື່ນ,​ ລ່ວງລະເມີດປະເວນີ,​ ຂົ່ມຂືນກະທຳ ສິ່ງທັງຫຼາຍນີ້ຍັງເປັນບັນຫາຢູ່ບໍ່ເລີກບໍ່ແລ້ວ ເປັນປາກົດການຫຍໍ້ທໍ້ທາງສັງຄົມ ທີ່ແກ້ບໍ່ຕົກ.​

 ສຸພາສິດບົດນີ້ນັບວ່າເປັນໜຶ່ງໃນຄະຕິເຕືອນໃຈທີ່ດີທີ່ສຸດຖືກກັບຍຸກສະໄໝບໍ່ເຄີຍຫຼ້າຫຼັງຈັກເທື່ອ ມັນສະທ້ອນໃຫ້ເຫັນເນື້ອໃນຈິດໃຈຂອງຄົນແລະຕົວສັງຄົມເພິ່ນຈຶ່ງໄດ້ມີສຸພາສິດບົດນີ້ດັ່ງນັ້ນ,ຫາກເຮົາສະຫຼາດມີວິຊາຄວາມຮູ້ແທ້ ຍ່ອມຮູ້ວ່າສິ່ງໃດຄວນເວົ້າ,ສິ່ງໃດຄວນເຕືອນຫ້າມແລະບອກສອນແນະນຳພ້ອມດຽວກັນຫາກຮູ້ວ່າສິ່ງໃດເພິ່ນຮັກເພິ່ນຫວງກໍຄວນຫຼີກເວັ້ນ ຖ້າວ່າເຮົາເຮັດໄດ້ ກໍອາດເປັນສ່ວນໜຶ່ງໃນການແກ້ໄຂບັນຫາສັງຄົມໄດ້.​

 

ອະທິບາຍ ພິສູດ ວິຈານ ຄຳສຸພາສິດທີ່ວ່າ

    ອົດສົ້ມໄດ້ກິນຫວານ

ອົດທົນທານ ວຽກງານຈຶ່ງແລ້ວ

ໝາກຜົນທີ່ດີຂອງວຽກງານ ຕ້ອງໄດ້ຜ່ານການກະທຳທີ່ປະກອບດ້ວຍຄວາມໃສ່ໃຈ ຄວາມອົດທົນພະຍາຍາມ. ຄວາມອົດທົນກັບການປະຕິບັດໜ້າທີ່ຈຶ່ງເປັນສິ່ງທີ່ຂາດບໍ່ໄດ້. ບູຮານພະຍາຍາມປຽບທຽບ ແລະສ້າງຄຳສຸພາສິດສັ່ງສອນໄວ້ວ່າ “ອົດສົ້ມໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ”

     ຄວາມສົ້ມ ຫຼື ອົດສົ້ມ ຖ້າເວົ້າແບບຜິວເຜີນກໍຈະນຶກເຖິງການກິນໝາກຂາມ, ໝາກມ່ວງ, ໝາກນາວ ທີ່ມີລົດສົ້ມ ແຕ່ແນວໃດກໍດີ ການກິນໝາກສົ້ມກໍຍັງຖືວ່າເປັນການກິນທີ່ກືນຍາກ ເຖິງແມ່ນຈະຍາກພຽງໃດກໍຕາມຖ້າກິນແລ້ວມັນອີ່ມ ເຮັດໃຫ້ມີຊີວິດຢູ່ໄດ້ ກໍດີກວ່າບໍ່ມີຫຍັງກິນ ຫຼື ປ່ອຍໃຫ້ຕົນເອງຕາຍ. ການກິນໝາກສົ້ມຄືກັບເຮົາເຮັດວຽກງານທີ່ມີຄວາມຫຍຸ້ງຍາກ, ມີອຸປະສັກ ແຕ່ຖ້າເຮົາອົດທົນໄດ້, ແກ້ໄຂບັນຫາໄດ້ ໝາກຜົນຂອງງານກໍອອກມາດີ ຄວາມດີ ຜົນສຳເລັດກໍເໝືອນດັ່ງການທີ່ເຮົາໄດ້ກິນຂອງຫວານນັ້ນເອງ.

     ອົດສົ້ມ ອົດທົນທົນທານ ລ້ວນແຕ່ເປັນການໃຫ້ຄະຕິທຳເລື່ອງ #ຂັນຕິ ຫຼື ແປເປັນລາວວ່າ #ອົດທົນ ເຊິ່ງທຳມະຂໍ້ນີ້ ພະພຸດທະເຈົ້າຍົກໃຫ້ເປັນທຳໝວດຕົ້ນໆເອີ້ນວ່າ “ທຳມະພາໃຫ້ງາມ” ມີສອງຢ່າງຄື 

ຂັນຕິໂສລັດຈະຄືມີຄວາມອົດທົນແລະສະງ່ຽມຄ່ຽມຄົມຖ້າບຸກຄົນໃດປະຕິບັດໄດ້ກໍ ຈະເຮັດໃຫ້ຊີວິດງົດງາມດ້ວຍຜົນງານທີ່ໜ້າເພີງພໍໃ.ຄວາມອົດທົນຄືໜຶ່ງໃນປາລະມີສິບຂໍ້ເພື່ອກ້າວສູ່ຄວາມເປັນມະນຸດໂດຍສົມບູນ ຫຼືຜູ້ຈະເປັນໂພທິສັດ. ພຸດທະພາສິດກ່າວເຖິງຄວາມອົດທົນວ່າ “ຂັນຕິ ຫິຕະ ສຸຂາວະຫາ = ຄວາມອົດທົນນຳສຸກມາໃຫ້

ຂັນຕິທີລັດສະລັງກາໂລຄວາມອົດທົນຄືເຄື່ອງປະດັບຂອງນັກປາດ”…

    ໃນວຽກງານການຮຽນ-ການສຶກສາ, ການສ້າງທຸລະກິດ, ການສ້າງຄອບຄົວ,ການຢູ່ກັບສັງຄົມ,ການສ້າງສາພັດທະນາທຸກສິ່ງທຸກຢ່າງລ້ວນແຕ່ຕ້ອງການບຸກຄົນທີ່ມີຄວາມອົດທົນເຖິງແມ່ນວ່າຍາກກໍຕາມ ແຕ່ຜົນອອກມາກໍໜ້າພາກພູມໃຈກວ່າຄົນຂີ້ຄ້ານມັກງ່າຍ,ຜົນງານຈະດີກວ່າຄົນເຮັດແບບແປະໆບາງໆ,ບໍ່ມີໃຜດອກທີ່ຢາກໄດ້ຄົນທີ່ຂີ້ຄ້ານບໍ່ສູ້ບໍ່ທົນເຂົ້າມາຮ່ວມງານຮ່ວມຊີວິດນອກຈາກຄຳສຸພາສິດທີ່ຍົກມາອະທິບາຍນີ້ແລ້ວ ຍັງມີຄຳອື່ນໆທີ່ກ່າວເຖິງຄວາມອົດທົນອີກເຊັ່ນ:

  • ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄຳ
  • ໜັກເອົາ ເບົາສູ້”
  • ດຸແລ້ວດີ ຊູຊີແລ້ວໄດ້
    -
     ເຮັດອີ່ຫຼີຈັ່ງເຫັນຫີລູກສາວເພິ່ນ
       ເຮັດກິ້ນດິ້ນ ຕີນສິ້ນບໍ່ໄດ້ບາຍ
ເຊິ່ງບັນດາສຸພາສິດນີ້ລ້ວນແຕ່ຍົກຍ້ອງບຸກຄົນທີ່ມີຄວາມອົດທົນພະຍາຍາມ.ຢາກມີຄວາມອົດທົນຕ້ອງເລີ່ມຕົ້ນດ້ວຍອົດທົນເລື່ອງນ້ອຍຫາໃຫຍ່ເຊັ່ນ ຄວາມເຈັບປວດທາງກາຍ ມົດກັດ, ຢຽບໜາມ, ອົດຫິວ, ອົດຢາກ, ອົດທົນຕໍ່ຄວາມດູຖູກ, ອົດທົນຕໍ່ອຸປະສັກນານາປະການແລະຕ້ອງໝັ່ນເຝິກຝົນຢູ່ຕະຫຼອດຍາມ,ຕ້ອງຕັ້ງປະນິທານກັບໃຈເຮົາເອງ ບໍ່ແມ່ນມື້ຄ້ານກໍປ່ອຍໄປມື້ໝັ່ນຈຶ່ງເຮັດຖືວ່າໃຊ້ບໍ່ໄດ້.ຄວາມອົດທົນເປັນສັດຈະທຳທີ່ບໍ່ມີວັນໝົດອາຍຸແລະຄຳສຸພາສິດນີ້ຍັງຈະສັ່ງສອນຄົນ ເປັນທຳທີ່ເຊີດຊູຄຸນຄ່າຂອງຄົນ,ເປັນຄະຕິເຕືອນໃຈແລະເປັນສິ່ງທີ່ຈະຢູ່ຄູ່ກັບໂລກເຮົາອີກດົນນານ.ທ້າຍສຸດຂໍຝາກເຖິງທ່ານຜູ້ອ່ານລູກຫຼານທີ່ຍັງເປັນນັກຮຽນນັກສຶກສາແລະທຸກໆຄົນທີ່ຢາກປະສົບຜົນສຳເລັດອັນງົດງາມ, ຢາກມີຜົນງານອ້າງສັງຄົມແລະຢາກເປັນຄົນທີ່ໂລກຈົດຈຳຈົ່ງເຝິກຝົນໃຫ້ມີຄວາມອົດທົນສູງກວ່າຄົນອື່ນ, ຄົນອື່ນອົດສິບໃຫ້ເຮົາອົດຮ້ອຍອົດພັນຖ້າບໍ່ດັ່ງນັ້ນຢ່າຫວັງຊິໄດ້ກິນຫວານ,ຢ່າຫວັງວ່າວຽກງານຊິແລ້ວ ແລະຍິ່ງຮ້າຍແຮງໄປກວ່ານັ້ນມີແຕ່ຊິຫຼົ້ມຈົມສຸດທ້າຍກໍເປັນຄົນທີ່ເກີດມາແລ້ວກໍຕາຍໄປຊື່ໆໄຮ້ຄວາມໝາຍຕໍ່ໂລກ.

 ຫົວບົດູ : ອະທິບາຍ – ພິສູດ ຄໍາເວົ້າທີ່ວ່າ :

ຊາດທີ່ເປັນຄົນນີ້  ໃຫ້ທໍາພຽນຄືນົກເຈົ່າ
ຍາມເມື່ອບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ “

ມວນມະນຸດທີ່ດໍາລົງຊີວິດຢູ່ໃນສັງຄົມປັດຈຸບັນນີ້ສິ່ງສໍາຄັນສໍາລັບຄົນເຮົາຕ້ອງປະພຶດຕົນ ໃຫ້ມີຄຸນສົມບັດທັດສະນະຫຼັກຫມັ້ນອັນດີງາມ ຈື່ງຈະໄດ້ຮັບຄວາມນິຍົມຊົມຊອບ ຈາກຝູງຊົນອ້ອມຂ້າງຢ່າງກວ້າງຂວາງ ໃນນັ້ນຕ້ອງປະກອບ ມີຄວາມຮູ້ ຄວາມສາມາດ ມີຄວາມຖະຫນອມຖ່ອມຕົວ ສຸພາບຄ່ຽມຄົມຈື່ງຈະສົມຄໍາສັ່ງສອນຂອງປູ່ຍ່າຕານາຍ ທີ່ກ່າວໄວ້ວ່າ:

ຊາດທີ່ເປັນຄົນນີ້ ໃຫ້ທໍາພຽນຄືນົກເຈົ່າ
ຍາມເມື່ອບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ ”
          ພວກເຮົາຮູ້ແລ້ວວ່າຢູ່ໃນວັນນະຄະດີທີ່ອຸດົມສົມບຸນຂອງຊາດເຮົາບັນຫາ

 ຄໍາສຸພາສິດ,ຄໍາພະຫຍາກາບກອນລ້ວນແລ້ວແຕ່ແມ່ນຄໍາເວົ້າທີ່ຈົບງາມຊື່ງປູ່ຍ່າຕາຍ່າຍຂອງພວກເຮົາ ໄດ້ປະດິດຄິດແຕ່ງຂຶ້ນມາເພື່ອເປັນການອົບຮົມບົ່ມນິໄສຂອງລູກຫຼານໂດຍໃຊ້ຮູບການສົມທຽບຕ່າງໆ ໃຫ້ພວກເຮົາໄດ້ມີການຄົ້ນຄິດຕິກຕ່ອງພິຈາລະນາຖີ່ຖ້ວນໃນການເຄື່ອນໄຫວດໍາລົງຊີວິດ ດັ່ງຄາວ່າ : ຊາດທີ່ເປັນ ຄົນນີ້ ໃຫ້ທໍາພຽນຄືນົກເຈົ່າ ນົກເຈົ່າແມ່ນສັດປີກຊະນິດຫນຶ່ງ ຊຶ່ງດໍາລົງຊີວິດຢູ່ຕາມຫ້ວຍຮ່ອງຫນອງບຶງໂດຍອາໄສປູປາກຸ້ງຫອຍແລະອື່ນໆເປັນອາຫານເພື່ອລ້ຽງຊີບ ມັນຈະ ມີຄວາມອົດທົນ ພາກພຽນ ແລະ ໃຊ້ທຸກວິທີທາງ ເພື່ອໃຫ້ໄດ້ອາຫານມາ. ແຕ່ບໍ່ໄດ້ຫມາຍຄວາມວ່າ ນົກເຈົ່າເປັນນິໄສຕົວະຍົວະຫຼອກລວງດອກ ນົກເຈົ່າມີນິໄສສະຫງົບ ສະຫງຽມ ຄ່ຽມຄົມ ສະຫຼຽວ ສະຫຼາດ.ຖ້າທຽບໃສ່ຄົນແລ້ວ ແມ່ນເພິ່ນຢາກສັ່ງສອນໃຫ້ພວກເຮົາຮູ້ວ່າ: ເປັນຄົນຕ້ອງມີຄວາມຮູ້ ຄວາມສະຫຼາດ ມີຄວາມສາມາດ ມີຄຸນສົມບັດທັດສະນະຄ່ຽມຄົມ ບໍ່ອວດອົ່ງທະນົງຕົວ ບໍ່ປາກກ້າວ່າແຂງ. ເປັນນັກຮຽນຕ້ອງຮູ້ຈັກເຄົາລົບນັບຖື ຄູບາອາຈານ ເຊື່ອຟັງຄາໍສັ່ງສອນຂອງເພິ່ນ ເວລາຮຽນຕ້ອງຕັ້ງໃຈຟັງ ຄາໍອະທິບາຍຂອງເພິ່ນ ຖ້າຕອບຄໍາຖາມຢູ່ເລື້ອຍໆ ເອົາໃຈໃສ່ແກ້ບົດເຝິກຫັດ ຍາດແຍ່ງເອົາຄະແນນດີໃນຫ້ອງ ຫຼື ເວລາສອບເສັງ. ເວລາຢູ່ຄອບຄົວຕ້ອງເຄົາລົບນັບຖື ຮັກແພງພໍ່ ແມ່ ອ້າຍເອື້ອຍນ້ອງ ເອົາໃຈໃສ່ຟັງຄາໍສັ່ງສອນຂອງເພີ່ນ ບໍ່ຄວນຕອບຖ້ອຍຖຽງຄວາມ , ຕ້ອງເປັນຄົນດຸຫມັ່ນຂະຫຍັນພຽນ ຮູ້ຈັກການອອກແຮງງານ ພ້ອມນັ້ນກໍຍາດແຍ່ງເອົາຄວາມຮູ້ຄວາມສາມາດ ໃຫ້ແກ່ຕົນເອງ ເຮັດໄດ້ຄືແນວນັ້ນກໍຈະພົບແຕ່ຄວາມສຸກ ຄວາມສະບາຍ ມີຄວາມກ້າວຫນ້າຢ່າງບໍ່ຢຸດຢັ້ງ ສົມກັບຄໍາສຸພາສິດຕອນທີ່ວ່າ ” ຍາມເມື່ອບິນຜ່ານຜ້າຍ ໃຫ້ຂາວແຈ້ງດັ່ງນົກຍາງ – ຊຶ່ງມັນສະແດງໃຫ້ເຫັນເຖິງ ການສຶກສາອົບຮົມ ຄົນເຮົາໃຫ້ມີຄຸນສົມບັດດີ ມີທັດສະນະຖືກຕ້ອງໃນສັງຄົມ ,ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ພວກເຮົາເປັນນັກຮຽນຍິ່ງຈໍາເປັນຕ້ອງສ້າງຕົນເອງໃຫ້ມີຄວາມຮູ້ ຄວາມສະຫຼາດ ມີຄຸນສົມບັດ ທັດສະນະອັນດີງາມ ່ ໃນປັດຈຸບັນນີ້ ປະເທດຊາດ ພວມຮຽກຮ້ອງຕ້ອງການຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດດີ ເພື່ອມາສ້າງສາພັດທະນາໃຫ້ມີຄວາມຈະເລີນສີວິໄລ” . ຖ້າພວກເຮົາເຮັດໄດ້ຄືແນວນັ້ນ ກໍຈະ ມີຊື່ສຽງ ມີກຽດ ສັກສີ ເຮັດໃຫ້ຄົນອື່ນຮັກແພງເຄົາລົບນັບຖື ມີຄຸນຄ່າ ໃຫ້ແກ່ສັງຄົມ. ແລະ ປະເທດຊາດ ດັ່ງຄຸນສົມບັດ ຂອງ ທ່ານ ໄກສອນ ພົມວິຫານ, ທ່ານ ສຸພານຸວົງ ແລະ ຜູ້ນໍາອື່ນໆ ທີ່ລ້ວນແລ້ວແຕ່ມີຄວາມຮູ້ ຄວາມສາມາດອັນສູງສົ່ງ ມີຄວາມສະຫຼາດສະຫຼຽວ ມີນໃຈຮັກຊາດ ຮັກບ້ານເກີດເມືອງນອນ ຊຶ່ງຄຸນງາມຄວາມດີຂອງເພີ່ນປຽບເຫມືອນລະຄັງທອງ ດັງກ້ອງໄປທົ່ວຈັກກະວານ.ກົງກັນຂ້າມກັບບຸກຄົນທີ່ຂາດຄຸນສົມບັດ ເປັນຄົນ ໂລບມາກໂລບພາ ບໍ່ມີນໍ້າໃຈຊື່ສັດຕໍ່ປະເທດຊາດ ຕໍ່ປະຊາຊົນ ພັດຍັງຂາຍຊາດ ຂາຍປະຊາຊົນ ” ເຊັ່ນ : ບຸນອູ້ມ ,ຜຸຍຊະນະນິກອນ , ກະຕ່າຍ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ຄົນຈໍາພວກນີ້ ບໍ່ມີ ສິນທໍາ ໃນໃຈ ໃນທີ່ສຸດກໍຖືກຂັບໄລ່ ຫົວອອກຈາກຜືນແຜ່ນດິນໄປຢ່າງສິ້ນເຊີງ ຊຶ່ງມັນສອດຄ່ອງກັບຄໍາສຸພາສິດທີ່ວ່າ : “ ສີນທໍາ ຍອມຊະນະ ອະທໍາສະເຫມີ “ ດັ່ງນັ້ນ ພວກເຮົາເປັນຄົນ ຕ້ອງສ້າງຕົນໃຫ້ ມີຄ່າແກ່ສັງຄົມ ແລະ ປະເທດຊາດ. ເວົ້າລວມແລ້ວ ຄໍາສຸພາສິດນີ້ ມີລັກສະນະສຶກສາອົບຮົມຄົນເຮົາ ໃຫ້ມີຄຸນສົມບັດ ທັດສະນະຖືກຕ້ອງ ເພື່ອນໍາໃຊ້ເຂົ້າໃນການດໍາລົງຊີວິດຕະຫຼອດໄປ.

      ຈາກການອະທິບາຍພິສູດ ຄໍາສຸພາສິດທີ່ກ່າວມາຂ້າງເທິງນັ້ນ ມັນໄດ້ເຮັດໃຫ້ພວກເຮົາເຫັນວ່າ ເກີດມາເປັນຄົນ ຕ້ອງໃຫ້ມີຄວາມຮູ້ ຄວາມສາມາດ ມີທັດສະນະຄຸນສົມບັດຄຽງຄູ່ກັນໄປ ດັ່ງນັ້ນ ພວກເຮົາເປັນນັກຮຽນຕ້ອງພ້ອມທີ່ ຈະຕັ້ງຫນ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນຄົນພຽບພ້ອມໄປດ້ວຍ ຄວາມຮູ້ ຄວາມສາມາດມີທັດສະນະຄຸນສົມບັດອັນດີງາມເພື່ອປະກອບສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວຫນ້າ.

 

 

ຫົວບົດ: ອະທິບາຍຄຳສຸພາສິດທີ່ວ່າ

  ຮົ້ວຫຼາຍຫຼັກຈຶ່ງຫມັ້ນ ພີ່ນ້ອງຫຼາຍຊັ້ນຈຶ່ງດີ

ໃນການສ້າງສາ ພັດທະນາປະເທດຊາດ ບ້ານເມືອງ ໃຫ້ ມີຄວາມສີວິໄລຮຸ່ງເຮືອງໄດ້ນັ້ນ ມັນໄວ້ ຮຽກຮ້ອງຕ້ອງການໃຫ້ຄົນພາຍໃນຊາດ ມີຄວາມສາມັກຄີ ຮ່ວມແຮງຮ່ວມໃຈກັນ, ດັ່ງນັ້ນ, ຈຶ່ງສອດຄ່ອງ ກັບຄຳສຸພາສິດທີ່ວ່າ : ຮົ້ວຫຼາຍຫຼັກຈຶ່ງຫມັ້ນ ພີ່ນ້ອງຫຼາຍຊັ້ນຈຶ່ງດີ

ແມ່ນແລ້ວຮົ້ວແມ່ນຕາຫນ່າງ ທີ່ໃຊ້ໄວ້ປ້ອງກັນ ສັດສາວາສິ່ງ ຫຼື ຜູ້ຮ້າຍອ້າຍຂະໂມຍ ທີ່ເຂົ້າມາຽກຮານຜົນລະປູກ ແລະ ຊັບສິນເງິນຄາໍຂອງພວກເຮົາ, ສະນັ້ນ, ເວລາເຮັດຮົ້ວເຮັດຮາວມັນຕ້ອງການ ຄວາມຫມັ້ນຄົງ ເພື່ອກັ້ນກາງ ການທາໍລາຍຂອງສັດສາວາສິ່ງ ແລະ ອື່ນໆ.ກົງກັນຂ້າມ ຖ້າເຣັດຮົ້ວ ໃຊ້ໄມ້ ຫຼັກດຽວ ຫຼື ຫມອ້ຍຫຼັກ ມັນກໍຈະບໍ່ທົນທານ ແລະບໍ່ຫມັ້ນຫນຽວ ໃນທີ່ສຸດກໍຈະ ເຮັດໃຫ້ງົວຄວາຍ ແລະອື່ນໆເຂົ້າໄປທໍາລາຍເຄື່ອງປູກຂອງຝັງຂອງພວກເຮົາ ດັ່ງນັ້ນ, ໃນການເຮັດຮົ້ວ ເຮັດຮາວມັນຕ້ອງມີ ຫຼາຍຫຼັກ ຫຼາຍລາ ຈຶ່ງຫມັ້ນແກ່ນ ແຫນ້ນຫນາດີ. ພ້ອມນີ້ ເມື່ອພວກເຮົາມາທຽບໃສ່ຄົນເຮົາ ແລ້ວ ມັນກໍຄືກັນກັບຄໍາວ່າ ພີ່ ນ້ອງຫຼາຍຂັ້ນຈຶ່ງດີແມ່ນ ແທ້ ຄົນຜູ້ໃດຫາກມີອ້າຍເອື້ອຍນ້ອງເພື່ອນຝູງຫຼາຍຄົນ ຜູ້ນັ້ນກໍຈະມີຄວາມສະດວກສະບາຍຫຼາຍຢ່າງ ເພາະວ່າມັນຈະຊ່ວຍພວກເຮົາ ໃນເວລາພົບອຸປະສັກຕ່າງໆ. ກົງກັນຂ້າມຖ້າວ່າຜູ້ໃດຫາກຢູ່ໂດດດ່ຽວປ່ຽວພອຍຂາດຄວາມເອື້ອເຟື້ອ ເພື່ອແຜ່ຕໍ່ຜູ້ອື່ນແລ້ວເດັດຂາດຜູ້ນັ້ນຈະບໍ່ດັ່ງນັ້ນ " ຟືນດົ້ນດຽວດັງໄຟບໍ່ລຸກ ຄົນວັນແລກປ່ຽນ ຄວາມຄິດຄວາມເຫັນ ບໍ່ພຽງແຕ່ເທົ່ານັ້ນ ເມື່ອເວລາທຸກກໍທຸກດ້ວຍກັນ ເຖິງຍາມສຸກ ສາດ້ວຍກັນ ບໍ່ຄິດກໍ່ພັກແຍກພວກ ແບ່ງກຸ່ມ ແບ່ງກ້ອນ ຢ້ານລື່ນ ຢ້ານເຫຼືອ ອິດສາບັງບຽດ ຫຼື ມີແນວຄິດ ເຫັນແກ່ສິດຜົນປະ ໂຫຍດສ່ວນຕົວສູງກວ່ງສ່ວນລວມ.. ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ຍັງບໍ່ທັນ ພາພໍ ຜູ້ທີ່ມີຄວາມສາມັກຄີ ຍັງຈະຕ້ອງຮູ້ຈັກຕາຫນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ວຍຄວາມໃຈ ເພື່ອພ້ອມກັນຕັ້ງວຫນ້າ: ກົງກັນຂ້າມ ຖ້າຂາດຄວາມສາມັກຄີກໍຈະບໍ່ມີຜົນຫຍັງຫມົດແກ່ຕົນເອງ, ຊີ້ ບໍ່ຫນາຍັງນເອົາຄວາມເສຍຫາຍ ແລະ ຄວາມເດືອດຮ້ອນມາໃຫ້ແກ່ຕົນເອງ. ດັ່ງຄາສຸພາສິດທີ່ວ່າ : "ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ " ນີ້ກໍສະ ແດງໃຫ້ເຫັນວ່າ ຖ້າຂາດຄວາມສາມັກຄີແລ້ວ ເຮົາກໍຈະຢູ່ ນາໍຫມູ່ຄູ່ ແລະ ສັງຄົມບໍ່ໄດ້ ນີ້ມັນກໍເຊັ່ນດຽວກັນ ຢາກ ໃຫ້ປະເທດຊາດ ມີຄວາມຈະເລີນຮຸ່ງເຮືອງ ມັນບໍ່ ແມ່ນມີແຕ່ຜູ້ຫນື່ງຜູ້ດຽວຈະມາສ້າງສາພັດທະນາປະເທດຊາດໄດ້ມັນຕ້ອງ ຮຽກຮ້ອງໃຫ້ຫມົດທຸກຄົນພາຍໃນ ຊາດ ພ້ອມພຽງຮຽງຫນ້າກັນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພ້ອມນັ້ນກໍຜູກ ແຫນ້ນຄວາມສາມັກຄີກັບບັນດາ ປະເທດເພື່ອນມິດໃນໂລກ ເຊັ່ນ : ຫວຽດນາມ, ກໍາປູເຈຍ ແລະ ບັນດາປະເທດເພື່ອນມິດອື່ນໆ ທີ່ມີຄວາມ ຫວັງດີຕໍ່ປະເທດເຮົາ, ພວກເຮົາເປັນຄົນເກີດໃຫມ່ ໃຫຍ່ລຸນ ຈະຕ້ອງອອກແຮງຢ່າງຫມົດຈິດຫມົດໃຈ ເພື່ອ ປົກປັກຮັກສາ ດິນດອນຕອນຫຍ້າອັນອຸດົມຮັ່ງມີຂອງຊາດເຮົາ ໃຫ້ຍືນຍົງຄົງຕົວຕະຫຼອດໄປ 

ຈາກການອະທິບາຍ ຄໍາສຸພາສິດທີ່ກ່າວມານັ້ນ, ພວກເຮົາອາດເວົ້າໄດ້ວ່າ: ຄວາມສາມັກຄີ ມັນແມ່ນສີ່ງປະເສີດເລີດລໍ້ທີ່ສຸດສໍາລັບທຸກໆຄົນ ແລະ ຄວາມສາມັກຄີຍັງແມ່ນບໍ່ເກີດ ແຫ່ງຄວາມສຸກຄວາມສະບາຍ. ສະນັ້ນ, ພວກເຮົາຄວນເຝິກຝົນຕົນເອງໃຫ້ເປັນຜູ້ທີ່ຮັກຄວາມສາມັກຄີ, ຮູ້ ຮັກແພງຊ່ວຍເຫຼທອຊຶ່ງກັນ ແລະກັນເພື່ອພ້ອມກັນກ້າວຫນ້າ,ພ້ອມນັ້ນກໍທຕົນໃຫ້ເປັນຄົນດີ, ມີຄຸນ ສົມບັດ ແລະເປັນທີ່ຮັກແພງຂອງຫມູ່ຄູ່ ຄູ - ອາຈານ ແລະ ບັນດາພໍ່ແມ່ພີ່ນ້ອງ

ຫົວບົດ: ວິຈານຄໍາສຸພາສິດທີ່ວ່າ: “ ຕົກຫມູ່ແຮ້ງເປັນແຮ້ງ ຕົກຫມູ່ກາເປັນກາ "

ການດໍາລົງຊີວິດຂອງຄົນເຮົາແນ່ນອນຕ້ອງຢູ່ໃນສະພາບແວດລ້ອມໃດຫນຶ່ງບໍ່ມີຜູ້ໃດຈະຢູ່ນອກ ສະພາບແວດ ລ້ອມ ຫຼື ນອກສັງຄົມໄດ້ ຕ້ອງມີການພົວພັນເຊິ່ງກັນ ແລະກັນສະເຫມີ. ສະພາບແວດລ້ອມສັງຄົມ ມີສ່ວນສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງຄົນເຮົາຢ່າງແນ່ນອນ ດັ່ງນັ້ນ, ມັນຈຶ່ງຖືກຕ້ອງສອດຄ່ອງກັບຄໍາສຸພາສິດທີ່ ກ່າວໄວ້ວ່າ:ຕົກ ຫມູ່ແຮ້ງເປັນແຮ້ງຕົກຫມູ່ກາເປັນກາ"

- ເມື່ອເຮົາດໍາລົງຊີວິດຢູ່ໃນສະພາບແວດລ້ອມສັງຄົມແນວໃດ, ກຸ່ມຄົນແນວໃດກໍຍ່ອມຈະໄດ້ຮັບຜົນສະທ້ອນຈາກສະພາບແວດລ້ອມອັນນັ້ນ. ສະພາບແວດລ້ອມສັງຄົມເປັນປັດໄຈຢ່າງຫນຶ່ງທີ່ສະທ້ອນເຖິງແນວຄິດ, ຈິດໃຈ, ການປະພຶດ, ການກະທໍາຕ່າງໆຂອງຄົນເຮົາທີ່ດໍາລົງຊີວິດຢູ່ໃນສັງຄົມນັ້ນໆ.ສະພາບແວດລ້ອມສັງຄົມມີ ທັງອັນດີ ແລະ ອັນ ບໍ່ດີ, ຖ້າວ່າຄົນເຮົາຫາກມີຫຼັກຫມັ້ນດີກໍ່ຈະໄດ້ຮັບແຕ່ສິ່ງທີ່ດີແລະ ໃນທາງກົງກັນຂ້າມຖ້າຄົນ ເຮົາຫາກຄອນແຄນບໍ່ເປັນ ເຈົ້າການແກ່ຕົນກໍຈະໄດ້ຮັບສິ່ງທີ່ບໍ່ດີເຊັ່ນກັນດັ່ງສຸພາສິດລາວບົດຫນຶ່ງເຄີຍສັ່ງສອນໄວ້ ວ່າ:ພົບຄົນດີມີສີແກ່ຕົວ ພົບ ຄົນຊົ່ວພາຕົວຫມົ່ນຫມອງ" ນັ້ນກໍ່ສະແດງໃຫ້ເຫັນຄວາມສໍາຄັນຂອງສະພາບແວດລ້ອມສັງຄົມທີ່ມີຕໍ່ຄົນເຮົາ.ຖ້າພົວພັນ ກັບຄົນດີກໍຈະພາໃຫ້ເຮົາໄປໃນທາງທີ່ດີ, ຖ້າພົວພັນກັບຄົນຊົ່ວກໍ່ຈະພາເຮົາໄປໃນທາງທີ່ບໍ່ດີພາໃຫ້ເກີດຄວາມເສື່ອມ ເສຍເຊັ່ນ: ການພົວພັນລະຫວ່າງຫມູ່ເພື່ອນດ້ວຍກັນຖ້າເຮົາພົວພັນກັບເພື່ອນທີ່ດີເຊັ່ນ ເພື່ອຂອງເຮົາເປັນຜູ້ມັກຮໍ່າຮຽນ, ພາເຮົາຄົ້ນຄ້ວາບົດຮຽນ, ຜົນທີ່ຕາມມາເຮົາກໍ່ຈກາຍເປັນຜູ້ມັກຮຽນແລະ ຮຽນໄດ້ດີ ໃນທາງກົງກັນຂ້າມ ຖ້າເຮົາຫາກ ມີຫມູ່ເປັນຄົນຂີ້ລັກມັກຈະຍຸຍົງ ຫຼືຊັກຊວນ ແກ່ດຶງເຮົາໄປລັກຄືກັນກັບເຂົາ ແລ້ວຜົນສຸດທ້າຍກໍ່ຈະຕົກເຂົ້າສູ່ເສັ້ນທາງທີ່ຜິດພາດ, ດັ່ງນັ້ນ,ເຮົາຈຶ່ງເຫັນໄດ້ວ່າສະພາບແວດລ້ອມມີສ່ວນທີ່ຈະສົ່ງຜົນສະທ້ອນຕໍ່ການກະທໍາແລະ ແນວຄິດຂອງ ຄົນເຮົາຢ່າງແນ່ນອນ.

ເວົ້າແນວນີ້ບໍ່ຫມາຍຄວາມວ່າມັນຈະສົ່ງຜົນສະທ້ອນເຖິງຄົນເຮົາໄດ້ທຸກຢ່າງ.. ຄໍາສຸພາສິດບົດນີ້ມີສ່ວນຖືກຕ້ອງ ແລະ ຜິດພາດ, ສ່ວນທີ່ຜິດພາດ ຢູ່ບ່ອນວ່າຄົນເຮົາຈະຕົກຢູ່ໃນສະພາບແວດລ້ອມແນວໃດກໍຕາມ ສາມາດດັດແປງຕົນ ເອງໄດ້, ບໍ່ແມ່ນວ່າຄົນເຮົາຢູ່ໃນສະພາບແວດລ້ອມສັງຄົມທີ່ດີແລ້ວກໍຈະດີໄປຫມົດ.ຖ້າເຮົາຫາກບໍ່ຮູ້ຈັກຮຽນ,ບໍ່ຮູ້ຈັກເຝິກຝົນຫຼໍ່ຫຼອມຕົນເອງກໍ່ບໍ່ສາມາດຈະດີໄດ້..ກົງກັນຂ້າມຫາກຢູ່ໃນສະພາບແວດລ້ອມທີ່ບໍ່ອໍານວຍກໍ່ບໍ່ຫມາຍຄວາມວ່າຄົນເຮົາຈະເປັນຄົນຊົ່ວໄປຫມົດ, ເມື່ອເຮົາຫາກຮູ້ຈັກຄິດໄລ່ໄຕ່ຕອງພິຈາລະນາດັດແປງຕົນເອງ ຮູ້ດີຮູ້ຊົ່ວ, ຮູ້ຖືກຮູ້ຜິດ ກໍ່ສາມາດເຮັດໃຫ້ຕົນເອງກາຍເປັນຄົນດີໄດ້ຄືກັນ. ມີຫຼາຍຄອບຄົວ, ຫຼາຍບຸກຄົນພໍ່ແມ່ເປັນພຽງປະຊາຊົນທໍາມະດາ, ບໍ່ມີ ລະດັບຄວາມຮູ້ລູກເກີດມາກໍບໍ່ແມ່ນວ່າຈະຄືກັບພໍ່ແມ່ຫມົດທຸກຢ່າງ ຖ້າຫາກຊອກສະແຫວງຫາຮຽນຮູ້ກໍ່ສາມາດເປັນຜູ້ ທີ່ມີຄວາມກ້າວຫນ້າ ມີຄວາມຮູ້ຄວາມສາມາດສູງໄດ້ໃນທາງກົງກັນຂ້າມ ເຖິງວ່າພໍ່ແມ່ ຫຼື ຄົນໃນຄອບຄົວ ຈະມີຄວາມຮູ້ສູງພຽງໃດແຕ່ລູກພັດບໍ່ເອົາໃຈໃສ່ຮໍ່າຮຽນ, ບໍ່ສົນໃຈຊອກຫາວິຊາຄວາມຮູ້ໃສ່ຕົວ ລູກກໍບໍ່ສາມາດເປັນດັ່ງພໍ່ແມ່ໄດ້. ນີ້ ສະແດງໃຫ້ເຫັນວ່າສະພາບແວດລ້ອມບໍ່ສາມາດສົ່ງຜົນສະທ້ອນເຖິງຄົນເຮົາຫມົດທຸກຢ່າງໄດ້.ຄົນເຮົາຢູ່ໃນສັງຄົມໃດກໍ່ຕາມເມື່ອຢາກເປັນຄົນດີ, ມີຄວາມກ້າວຫນ້າກໍ່ອາດເລືອກເອົາສະພາບແວດລ້ອມທີ່ດີ, ຫມາຍຄວາມວ່າເລືອກພົວພັນແຕ່ສິ່ງທີ່ດີ, ເມື່ອຕົກຢູ່ໃນສະພາບແວດລ້ອມທີ່ບໍ່ດີແລ້ວກໍບໍ່ຄວນປະປ່ອຍໃຫ້ອັນບໍ່ດີ ແກ່ ດຶງເຮົາໄປ.ໃນການຮໍ່າຮຽນ ແລະການພົວພັນຫມູ່ຄູ່ກໍເຊັ່ນດຽວກັນ ຄວນເລືອກເອົາການພົວພັນທີ່ເຫັນວ່າ ຖືກຕ້ອງ ແລະຈະນໍາຕົນເອງໄປໃນທາງທີ່ດີ,ຫຼີກເວັ້ນການພົວພັນກັບກຸ່ມຄົນທີ່ຈະພາຕົນໄປໃນທາງເສຍຫາຍ, ເສຍການຮຽນ.ໃນ ການພົວພັນຫມູ່ຄູ່ກໍ່ຄວນເບິ່ງອີກວ່າຜູ້ໃດດີແທ້, ຜູ້ໃດສົມຄວນຈະເອົາເປັນເພື່ອນແລະ ບໍ່ສົມຄວນເອົາເປັນເພື່ອນ. ສິ່ງ ດັ່ງກ່າວນີ້ມັນເປັນສິ່ງທີ່ທຸກຄົນຕ້ອງໄດ້ພິຈາລະນາ, ຕຶກຕອງຈຶ່ງຈະບໍ່ໃຫ້ຕົນເສຍທາດຂາດຄຸນຫຼື ຮັບເອົາຜົນສະທ້ອນ ອັນບໍ່ດີຈາກສະພາບແວດລ້ອມນັ້ນ.ຜ່ານຈາກການໄຈ້ແຍກມານັ້ນເຮົາສັງເກດເຫັນວ່າ ຄໍາສຸພາສິດນີ້ມີທັງສ່ວນຖືກ ແລະ ສ່ວນຜິດ, ເຖິງຢ່າງໃດກໍຕາມ ມັນກໍ່ເປັນປະໂຫຍດໃນການຕັກເຕືອນສະຕິພວກເຮົາ ໃຫ້ເອົາໃຈໃສ່ເຖິງສະພາບແວດລ້ອມສັງຄົມທີ່ຢູ່ອ້ອມຂ້າງ. ຄວນຍອມຮັບເອົາສະພາບແວດລ້ອມທີ່ດີ ແລະ ພະຍາຍາມປະຕິເສດສະພາບແວດລ້ອມທີ່ບໍ່ດີ, ພ້ອມກັນນັ້ນກໍ ດັດແປງຕົນເອງອີກ. ສໍາລັບນັກຮຽນພວກເຮົາສູພາສິດນີ້ໄດ້ບອກ, ເປັນຄະຕິສອນໃຈໃຫ້ຮູ້ຈັກພົວພັນກັບຫມູ່ຄູ່ໃນສັງຄົມແລະ ຮູ້ຈັກຮ່ໍາຮຽນເອົາແຕ່ສິ່ງທີ່ດີເທົ່ານັ້ນ, ເຮົາຕ້ອງເປັນເຈົ້າການດັດແປງປັບປຸງຕົນເອງໃຫ້ເຂົ້າກັບສະພາບແວດລ້ອມສັງຄົມທີ່ເຫມາະສົມ ແລະ ຖືກຕ້ອງ. ດັ່ງນັ້ນ, ມັນຈຶ່ງສອດຄ່ອງກັບສຸພາສິດທີ່ວ່າ:ຕົກຫມູ່ແຮ້ງເປັນແຮ້ງຕົກຫມູ່ກາເປັນ ກາ".

ປະຫວັດສາດຂອງຄໍາສຸພາສິດ

ສຸພາສິດທີ່ສັດຕະວັດແລ້ວກ່ອນຫນ້ານີ້, ໃນເວລາທີ່ມັນໄດ້ພັດທະນານິທານພື້ນບ້ານ. ເຫຼົ່ານີ້ການສະແດງອອກໂດຍຫຍໍ້, ຊຶ່ງ embodiesຈິດໃຈຂອງປະຊາຊົນແລະການກໍາເນີດຂອງອາໃສຂອງປະເທດໄດ້, ມີແມ່ນຍັງຢູ່ໃນ PVL ( "Tale ຂອງອະດີດປີ"), ໃນວຽກງານທີ່ຍິ່ງໃຫຍ່ທີ່ສຸດຂອງລັດເຊຍ, ອະທິບາຍກິດຈະກໍາໃນໄລຍະປີ.ຄໍາເວົ້າທີ່ວ່າເປັນແນວໃດ? ຄໍາສຸພາສິດ - ໄດ້ຖືກຈັດວ່າ concise rhythmically ເຊິ່ງສະແດງໄດ້ ສະຕິປັນຍາຂອງປະຊາຊົນ. ຄໍາໃນຄໍາຖະແຫຼງນີ້ທຸກເປັນສິ່ງສໍາຄັນ, ບໍ່ມີໃຜບໍ່ສາມາດໄດ້ຮັບການໂຍກຍ້າຍອອກ.

ສຸນທອນພົດຄວນຈະ concise ແລະກ່ຽວຂ້ອງ, ຍັງຄົງຢູ່ໃນພາສາລັດເຊຍຕາບໃດທີ່ເປັນໄປໄດ້. ເສຍຊີວິດ, ທີ່ເປັນອອກຈາກການນໍາໃຊ້, ສຸພາສິດ, ທີ່ບອກຂອງການຂາດຫາຍໄປຈາກແນວຄວາມຄິດຫຼືປະກົດການ.ເລັ່ງດ່ວນຍັງຍັງຄົງສາຂໍ້ກໍານົດທີ່ກ່ຽວຂ້ອງກັບນິໄສແລະທໍາມະຊາດຂອງມະນຸດ,housekeeping. ນອກຈາກນີ້, ນັບຕັ້ງແຕ່ທີ່ໃຊ້ເວລາໃນເວລາທີ່ບ້ານຄັ້ງທໍາອິດແລະປະຊາຊົນໄດ້ປະຕິເສດທີ່ຈະແລກປ່ຽນສິນຄ້າ(barter), ເຂົ້າເຂົ້າໄປໃນການນໍາໃຊ້ຄໍາສຸພາສິດກ່ຽວກັບເງິນ.ລະດັບຂອງຂໍ້ກໍານົດນີ້ມີຄວາມສໍາຄັນທີ່ຍິ່ງໃຫຍ່ສໍາລັບປະຊາຊົນທີ່ທັນສະໄຫມ, ສະນັ້ນມັນເປັນສິ່ງຈໍາເປັນທີ່ຈະສະຖິດຢູ່ໃນມັນໃນລາຍລະອຽດເພີ່ມເຕີມ.

ປະເພດຂອງຄໍາສຸພາສິດ

ທ່ານສາມາດເລືອກເອົາແນວພັນທີ່ຂອງປະເພດທີ່ແຕກຕ່າງກັນຂອງsayings ແລະສຸພາສິດ, ໂດຍອີງຕາມມາດຕະຖານຂອງພະແນກ. ປະເພດຕົ້ນຕໍແມ່ນພິຈາລະນາຕາມປະເພນີສຸພາສິດກ່ຽວກັບປະຊາຊົນ, ກ່ຽວກັບສັດ, ກ່ຽວກັບຄວາມຄິດບໍ່ມີຕົວຕົນ (ຄວາມຮັກ, ຄວາມສັດຊື່ຕໍ່, ຍົກເວັ້ນພາສີ) ຂອງປະເທດ, ເຊັ່ນດຽວກັນກັບສຸພາສິດກ່ຽວກັບເງິນ. 3 ລະດັບຂ້າງເທິງນີ້ - ຢ່າງກວ້າງຂວາງທີ່ສຸດ. ມັນປະກອບດ້ວຍຈໍານວນທີ່ໃຫຍ່ທີ່ສຸດຂອງຂໍ້ກໍານົດ.ມັນເປັນການຍາກທີ່ຈະເວົ້າວ່າທີ່ຂອງປະເພດທີ່ເລືອກແມ່ນສໍາຄັນທີ່ສຸດ. ບາງທີອາດມີຄໍາສຸພາສິດນີ້ ກ່ຽວກັບການເງິນ, ການພົວພັນການຄ້າ(ທັງຢູ່ໃນໂລກແລະໃນປະເທດຂອງພວກເຮົາ) ພາຍໃຕ້ອິດທິພົນຂອງເສດຖະກິດຕະຫຼາດແມ່ນວິວັດຢູ່ສະເຫມີ.


ຄວນຈະໄດ້ຮັບຍົກໃຫ້ເຫັນວ່າໃນທຸກປະເທດມີທັດສະນະຄະແຕກຕ່າງກັນກັບເງິນ, ໂດຍອີງຕາມວັດທະນະທໍາແລະຈິດໃຈຂອງໃສຂອງພວກເຂົາ, ສະນັ້ນບໍ່ພິຈາລະນາຄໍາທັງຫມົດຮ່ວມກັນ, ແລະມັນເປັນທີ່ດີກວ່າທີ່ຈະແຍກພວກເຂົາໂດຍການເກີດແລະພຽງແຕ່ຫຼັງຈາກນັ້ນທີ່ຈະຮຽນຮູ້.

ຄໍາສຸພາສິດພາສາລັດເຊຍກ່ຽວກັບການເງິນ

ໃນ ປະເພນີຂອງປະຊາຊົນລັດເຊຍ ເງິນທີ່ກ່ຽວຂ້ອງ, ທໍາອິດຂອງການທັງຫມົດ, ບໍ່ມີຄວາມຮັ່ງມີ, ແລະມີທີ່ປະທັບຂອງອາຫານໃນເຮືອນໄດ້. peculiarity ຂອງໃສລັດເຊຍຂອງຈິດໃຈທີ່ພວກເຂົາເຈົ້າສາມາດເບິ່ງເພີ່ມເຕີມກ່ຽວກັບການຂ້າງທາງລົບ.ວ່າເປັນຫຍັງຈຶ່ງ folklore ໃນບັນຫາເງິນສ່ວນໃຫຍ່ແມ່ນມີຜົນກະທົບຄວາມຕ້ອງການທາງດ້ານການເງິນ.ໃນສະຫນັບສະຫນູນຂອງ thesis ນີ້ມີສຸພາສິດຫລາຍແມ່ນ:"ເຂົ້າຈີ່ທີ່ຮັກແພງ, ຖ້າຫາກວ່າບໍ່ມີເງິນ" "proreshka ອາຍຸຍັງນ້ອຍ, ຂຸມເວລາເຖົ້າແກ່" ແລະອື່ນໆ.ປະຊາຊົນລັດເຊຍ, ໃນຫຼັກການ, ບໍ່ແມ່ນທີ່ສຸດໃນຕົວຂອງມັນເອງເປັນ puts ເງິນຂອງແຮງງານຂອງເຂົາເຈົ້າໄດ້. ເງິນບໍ່ແມ່ນຄວາມສຸກ, ຍ້ອນວ່າເຂົາເຈົ້າເວົ້າວ່າ. ຊາວລັດເຊຍ narrate ໃນຮູບແບບຂະຫນາດນ້ອຍຂອງຊາວບ້ານຂອງປະກົດການອື່ນໆຈໍານວນຫຼາຍແລະສິ່ງຂອງທີ່ມີຫຼາຍເພີ່ມເຕີມທີ່ມີຄຸນຄ່າກ່ວາເງິນ:"ມັນບໍ່ໄດ້ເປັນອຸດົມສົມບູນ, ທີ່ເປັນ, ແລະຄວາມຈິງທີ່ກ່ວາມີຄວາມສຸກ", "ສັນຍາຕົກເປັນມູນຄ່າຫຼາຍກ່ວາເງິນ." ຄໍາສຸພາສິດໃນກໍລະນີນີ້ຫມາຍເຖິງທີ່ໃຊ້ເວລາໃນປະຫວັດສາດໃນເວລາທີ່, ໃນໄລຍະການໂອນການຊື້ແລະຂາຍຂອງປະຊາຊົນສອດກັບເອກະສານຕ່າງໆແລະໃບເພື່ອຮັບປະກັນຂໍ້ຕົກລົງແລະໄວ້ວາງໃຈຄໍາເຊິ່ງກັນແລະກັນຂອງ.

ໂດຍສະເພາະໃນປະເພນີພາສາລັດເຊຍໄດ້ເນັ້ນຫນັກຄວາມແຕກຕ່າງໃນຖານະຂອງອຸດົມສົມບູນແລະທຸກຍາກໄດ້.ນອກຈາກ tales fairy ທີ່ແຕກຕ່າງກັນແລະຮູບແບບຂະຫນາດນ້ອຍອື່ນໆໃນfolkloreຄວາມແຕກຕ່າງນີ້ຢູ່ໃນສະພາບວັດສະດຸກໍ່ເວົ້າສຸພາສິດກ່ຽວກັບເງິນ.3ລະດັບຂອງຄໍາດັ່ງກ່າວພຽງແຕ່ບອກເລື່ອງຂອງຄວາມບໍ່ເທົ່າທຽມນີ້:"ສໍາລັບວົງຂອງຄົນຂໍທານທີ່ຫນຶ່ງຜູ້ຊາຍອຸດົມສົມບູນບໍ່ໄດ້ມີການຊື້ຂາຍ," "Fed ໄດ້ຫິວບໍ່ເຂົ້າໃຈ". ໃນຄໍາເຫລົ່ານີ້, ຢ່າງໃດກໍຕາມ, ມັນມີຄວາມຫມາຍເພີ່ມເຕີມ.ພວກເຂົາເຈົ້າຊີ້ໃຫ້ເຫັນວ່າຫນຶ່ງໃນຜູ້ທີ່ມີຢ່າງຫຼາຍຂອງການເງິນໄດ້, ບໍ່ແມ່ນອຸດົມສົມບູນແທ້.ອຸດົມສົມບູນເປັນຫນຶ່ງໃນຜູ້ທີ່ມີຈິດວິນຍານອັນໃຫຍ່ຫຼວງ, ໄດ້ເຈດຕະນາດີຂອງຜູ້ທີ່ເຊື່ອໃນພຣະເຈົ້າ, ບໍລິຈາກເງິນເພື່ອຜົນປະໂຫຍດຂອງສາສນາຈັກໄດ້.

ພາສາອັງກິດກ່ຽວກັບການເງິນ

ການ ຄໍາສຸພາສິດພາສາອັງກິດເນັ້ນຫນັກໃສ່ສາຍພົວພັນທີ່ມີເງິນ, ເງິນທີ່ສາມາດ ruin ບຸກຄົນໃດຫນຶ່ງຖ້າຫາກວ່າການປິ່ນປົວກະຕືລືລົ້ນເກີນໄປແລະເຮັດຈຸດປະສົງຂອງເຂົາເຈົ້າທີ່ມີຢູ່ແລ້ວ.ສະແດງໃຫ້ເຫັນສະນີ້ແມ່ນສຸພາສິດທີ່ເຫມາະສົມແລະ sayings ກ່ຽວກັບເງິນ, ສໍາລັບການຍົກຕົວຢ່າງ: «ເງິນມັກ unmakes ຜູ້ຊາຍ, ຜູ້ທີ່ເຮັດໃຫ້ມັນ». ການແປພາສາຂອງຄໍາເວົ້າທີ່ວ່ານີ້ສາມາດເຮັດໄດ້ໃນວິທີການນີ້: ".ເງິນມັກຈະທໍາລາຍປະຊາຊົນຜູ້ທີ່ເຮັດໃຫ້ພວກເຂົາ"

ຄໍາສຸພາສິດພື້ນເມືອງພາສາອັງກິດກ່ຽວກັບການເງິນສະແດງໃຫ້ເຫັນປະເທດອັງ

ກິດເປັນຫນຶ່ງໃນບັນດາປະເທດກ້າວຫນ້າທີ່ສຸດໃນໂລກ.

ປັນຍາແລະອື່ນໆໃນຄໍາສຸພາສິດຕໍ່ໄປນີ້ສະແດງອອກເຖິງຄວາມສໍາຄັນຂອງການສຶກສາ

ຕົນເອງໄດ້: «ເງິນໄດ້ໃຊ້ເວລາກ່ຽວກັບສະຫມອງຈະບໍ່ໄດ້ໃຊ້ເວລາໃນ vain »

(ການແປພາສາ - "ການໃຊ້ຈ່າຍເງິນກ່ຽວກັບຕົນເອງ, ແມ່ນບໍ່ເຄີຍສູນເສຍ").

 


ຄໍາສຸພາສິດຈີນ

ຄໍາສຸພາສິດ Eastern ຝີມືດີແບບດັ້ງເດີມແລະການປຽບທຽບພິເສດ. ພວກເຂົາເຈົ້າແມ່ນເຫດການສໍາຄັນ, ຫົວເລື່ອງຂອງການເວົ້າອອກມາໄດ້ເມື່ອປຽບທຽບກັບບາງສິ່ງບາງຢ່າງຈະແຈ້ງແລະງ່າຍດາຍ.ສຸພາສິດແລະຄໍາກ່ຽວກັບການເງິນໃນປະເທດຈີນຍັງເປັນອັນເຕັມທີ່ຂອງ finesse ແລະຄວາມສະຫງ່າງາມຂອງສະຕິປັນຍາຕະວັນອອກ: "ເງິນມາຄືຊາຍ, ຊຶ່ງໄດ້ຖືກເກັບກໍາຂໍ້ມູນໂດຍການໃຊ້ເຂັມ, ແລະພວກເຂົາເຈົ້າໄປ, ເປັນດິນຊາຍໄດ້ໄປມາຕາມນໍ້າ." ຄໍາຖະແຫຼງທີ່ນີ້ underlines ຄວາມຮັ່ງມີບັງເກີດຂື້ນວິທີການມີຄວາມຫຍຸ້ງຍາກ, ແລະວິທີການໄດ້ຢ່າງງ່າຍດາຍພວກເຂົາເຈົ້າໃຊ້, ບໍ່ realizing ມັນຍາກສໍ່າໃດການສະສົມທັງຫມົດນີ້.ພວກເຮົາສາມາດຈໍາແນກສິນຄ້າກຸ່ມພິເສດໃນບັນດາສໍານວນຈີນ

- ຄໍາສຸພາສິດກ່ຽວກັບທັດສະນະຄະກັບເງິນ. sages Eastern ເວົ້າວ່າທ່ານບໍ່ສາມາດໄດ້ມາຮັ່ງມີວິທີການບໍ່ສັດຊື່.

ຄໍາສຸພາສິດ

 ກ່ຽວກັບທັດສະນະຄະກັບລາຍໄດ້ປະຊາຊົນຢິວເນື່ອງຈາກpeculiaritiesແຫ່ງຊາດສະເພາະໃດຫນຶ່ງຫມາຍເຖິງເງິນເປັນຫຼາຍ frugal ແລະພາກປະຕິບັດ.ນີ້ຄວນໄດ້ຮັບການສະທ້ອນໃຫ້ເຫັນຢູ່ໃນ folklore ໄດ້.ວ່າເປັນຫຍັງຈຶ່ງເປັນສະຖານທີ່ສໍາຄັນໃນ folklore Jewis


ໃນເວລາດຽວກັນ, ປະຊາຊົນຢິວສະເຫຼີມສະຫຼອງທີ່ໂຊກເປັນສິ່ງສໍາຄັນ, ເງິນບໍ່ຫນ້ອຍ, ສະນັ້ນບໍ່ມີສຸພາສິດຫລາຍໃນເລື່ອງນີ້.ຕໍ່ຫົວເວົ້າວ່າເຖິງແມ່ນເປັນກິໂລຂອງຄໍາແມ່ນບໍ່ມີຄຸນຄ່າເປັນພັກຜ່ອນພົບ.

 

 

 

 

 

ไม่มีความคิดเห็น:

แสดงความคิดเห็น

ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...