วันพุธที่ 28 มิถุนายน พ.ศ. 2566

ທຳມະສອນໃຈ

 

ຊີວິດ ແລະ ສັດຈະທໍາຂອງຊີວິດ:

ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ, ຈະຕ່ໍາຕ້ອຍນ້ອຍຫວາດ ສະຫນາພຽງໃດ ຫຼືຈະສູງສົ່ງຄົງຕົວຈົນຄໍ້າຟ້າກໍ່ດີ. ທຸກຄົນບໍ່ໄວກໍ່ຊ້າຕ້ອງດັບສິ້ນກັນ ທຸກຄົນ. ເມື່ອຮູ້ສັດຈະທໍາ ຫຼືຄວາມຈິງນີ້ແລ້ວ ເປັນຫຍັງມະນຸດຈຶ່ງບຸກບືນ ສູ້ຊົນ ດິ້ນລົນ ກັບຊີວິດ? ຫລາຍຄົນຫລາຍຄໍາຕອບ ບໍ່ຕ່າງຫຍັງກັບຄໍາຖາມທີ່ວ່າຄົນເຮົາ ເກີດມາເພື່ອຫຍັງ? ຕ່າງຄົນຕ່າງໃຫ້ທັດສະນະຕ່າງກັນ ຂຶ້ນຢູ່ກັບຈຸດຢືນແລະ ມຸມ ມອງຂອງແຕ່ລະຄົນ. ບາງຄົນເກີດມາເພື່ອສູ້ຊົນກັບຊີວິດ ສູ້ຊົນທຸກວິທີທາງ ເພື່ອສິ່ງທີ່. ຫວັງ, ເດີນຕາມທາງແຫ່ງຝັນຂອງຕົນຈົນວັນສິ້ນລົມຫາຍໃຈ. ບາງຄົນເກີດມາເພື່ອ ປ່ອຍວາງ, ເດີນຕາມທາງຊີວິດຂອງຕົນດ້ວຍອະນິຈັງ, ມີຈຸດສ້າງຄວາມຫວັງ ເມື່ອ. ຄິດໄດ້ກໍ່ປ່ອຍວາງ, ຢົງໄປກັບຊີວິດທີ່ເກີດມາຈົນວັນສຸດທ້າຍ. ບໍ່ວ່າຈະໃຊ້ຊີວິດໄປໃນ ມຸມມອງໃດກໍ່ຕາມ ສຸດທ້າຍບໍ່ມີໃຜໃຫຍ່ເກີນໂລງ. ຄໍາຖາມອີກຄໍາຖາມກໍ່ຄື ຊີວິດຄື ຫຍັງ? ຂໍ້ນັ້ນຂໍຝາກໃຫ້ເພື່ອນໆ ນໍາໄປຄົ້ນຄຶດກັນເອງເນາະ. ແຕ່ຂໍຝາກຄໍາສອນຂອງ ທ່ານອາຈານທ່ານຫນຶ່ງ ເພິ່ນສອນຜູ້ຂ້າໄວ້ແບບນີ້: ສຸກຢູ່ໃນໃຈ ທຸກຢູ່ໃນໃຈ, ນາລົກຢູ່ໃນໃຈ ສະຫວັນກໍ່ຢູ່ໃນໃຈເຮົາ ແຕ່ໃນເມື່ອເຮົາ ເກີດມາ ກໍ່ຕ້ອງດິ້ນລົນຕາມກິເລດຂອງເຮົາ, ມັນເປັນທໍາມະຊາດຂອງຄົນ ບໍ່ມີ ໃຜຫລິກລ້ຽງໄດ້ ດິ້ນລົນກັນໄປຕາມເສັ້ນທາງຊີວິດໃຜມັນ. ສໍາຄັນສ້າງວັນນີ້ໃຫ້ດີ ເພື່ອວັນຫນ້າອາດຈະສະບາຍ, ເກີດມາໃນໂລກນີ້, ໃຕ້ທ້ອງຟ້າອໍາພອນນີ້ ມີສິ່ງຫນຶ່ງ ດຽວນິລັນດອນ ກໍ່ຄືຄຸນງາມຄວາມດີ. ມີແຕ່ຄຸນແຫ່ງຄວາມດີເທົ່ານັ້ນຈະຢືນຢູ່ຄ້ໍາຟ້າ ໄດ້, ດັ່ງນັ້ນຢ່າໄປມົວຍຶດຕິດກັບສິ່ງທີ່ບໍ່ຫມັ້ນຄົງ. ບໍ່ມີສິ່ງໃດຫມັ້ນຄົງ. ນັ້ນຄືທໍາມະ ຊາດຂອງຊີວິດ..

ສອນເຮັດການລິ່ງຂໍ້ມູນຈາກ Excel ເຂົ້າມາ Word

ເລື່ອງ: ເດັກຕິດເກມ : ນຳສະແດງໂດຍ: ຄຳສຸກ ສີປະເສີດ

ສິ່ງດີໆຈະເກີດຂື້ນໃນຊີວິດເຈົ້າ ເມື່ອເຈົ້າມີຄົນອ້ອມຕົວເຈົ້າເປັນຄົນຄິດບວກ

 💓


ເລື່ອງເລົ່າຕະລົກ

 

·      ແທັກສີກັບຂີ້ເມົ່າ

ຢາມເດິກຄືນໜຶ່ງຂີ້ເມົ່າ 3 ຄົນໄດ້ຫນັ່ງ ແທັກຊີ ເມື່ອຄົນຂັບແທັກຊີ ຮູ້ວ່າ3ຄົນນິ ຄຶຊິເມົ່າໜັກ

ກະເລີຍເຮັດເປັນສະຕາດເຄື່ອງລົດແລ້ວກະດັບ ບ່ອກວ່າ ອ້າຍໆ ຮອດແລ້ວເດີ

      ຄົນທີ່1 ຈົກເງິນໃຫ້

      ຄົນທີ່2 ຈົກເງິນໃຫ້ແລ້ວບ່ອກວ່າ: ຂອບໃຈເພື່ອນມິດສະຫາຍຕາຍບໍ່ລືມກັນ (ແບບອາການຂອງຄົນເມົ່າ)

      ຄົນທີ່3 ຕົບບ້າຄົນຂັບແທັກຊີຍ່າງແຮງ ດັ່ງໂປ່ະ ບາດໜື່ງ

ຄົນຂັບອທັກຊີກະຕົກໃຈຍ່າງແຮງ..ຄິດໃນໃຈວ່າ ຄົນນີີ້ມັນຄືຊິຍັງບໍ່ເມົ່າມັນຕ້ແງປທ້ເລີຍວ່າກູຕົວະເຂົ້າາ

ຈຶ່ງຕັ້ງສະຕິແລ້ວກັ່ນໃຈ ຖາມໄປວ່າ ອ້າຍຕົບບ້າມີຍັງບໍ່

ຂີ້ເມົ່າຄົນທີ່3 ກະຮ້ອງອອກຍ່າງແຮງແບບຄົນເມົ່າວ່າ:

             ເທື່ອໜ້າຮັນມຶງຂັບໃຫ້ມັນຊ້າໆແດ່ ເລັ່ງປານນິເກືອບເອົາຈຸກູໄປຕາຍແລ້ວຫ໊ະ         

วันอังคารที่ 3 พฤศจิกายน พ.ศ. 2563

ສິ່ງທີ່ໜ້າສົນໃຈ

·        ສິ່ງທີ່ດີ ແລະ ຊົ່ວ

           ຍັງມີຊາຍຍາກໂຮ້                ອາໄສຢູ່ກັບພະຍາ

           ເປັນຄົນເຮັດເຂົ້າປາ              ຄົວອາຫານ ຮັບໃຊ້

           ເປັນຄົນແຕ່ງກິນໃຫ້             ແກງນວຂົ້ວອ້ອມ

           ມ້ຽນເຮືອນຊານພໍ່າພ້ອມ        ແລງເຊົ້າຢູ່ປະຈໍາ

           ຕົກມາມື້ນຶ່ງນນ                  ພະຍາສັ່ງລາຍການ

           ສັ່ງໃຫ້ເຮັດອາຫານ              ສິ່ງດີໆມາໃຫ້

           ສ່ວນວ່າຊາຍຍາກໄຮ້            ຄິດຫຼາຍຈົນຫົວປິ່ນ

           ຈຶ່ງເລືອກເອົາແຕ່ລີ້ນ            ຫົວໃຈອີກຕື່ມກັນ

           ສອງສາມວັນຜ່ານພົ້ນ          ພະຍາສັ່ງອີກທີ

           ມື້ກ່ອນ ອາຫານດີ              ມີຫົວໃຈກັບລີ້ນ

            ຍັງບໍ່ທັນສຸດສິ້ນ                ຂ້ອຍຢາກກິນ ແນວຊົ່ວໆ

            ໃຫ້ເຈົ້າໄປຄົ້ນຄວ້າ            ຫາມາໃຫ້ ວ່ອງໄວ ...ແດ່ເດີ

            ບໍ່ນານຄົນຮັບໃຊ້              ຍໍຍື່ນມາຖວາຍ

            ມີດາດລີ້ນກັບຫົວໃຈ          ຍື່ນ ຊາມເຄນໃຫ້

             ພະຍາເລີຍກ່າວຮ້າຍ          ເອົາຄືນໄປອາຫານເກົ່າ !

             ບອກເອົາສິ່ງຊົ່ວຮ້າຍ          ຄືເອົາໃຫ້ ສິ່ງທີ່ດີ ອີກນໍ !

              ຄົວ ເລີຍກ່າວຊີ້              ຂານຕໍ່ອົງພະຍາງ

             ລີ້ນນີ້ແລ້ວນໍາພາ              ສິ່ງຊົ່ວຊາມອົງເຈົ້າ ?

             ລີ້ນມັນພາເຮົາເວົ້າ             ທັງຄວາມດີແລະຄວາມຊົ່ວ

             ອີກທັງຄິດຊົ່ວ                ດີຮ້າຍກໍແມ່ນໃຈ... ຫັ້ນເດ


Ø ບົດຄວາມກ່ຽວກັບ "ສິ່ງເສບຕິດ"

ເພື່ອໃຫ້ປະຊາຊົນພໍ່ແມ່ຜູ້ປົກຄອງຄໍານຶງເຖິງຜົນ ຮ້າຍແລະໂທດຂອງຢາເສບຕິດ. ພໍ່ແມ່ຄວນຊ່ວຍກັນຄຸ້ມຄອງສ້າງຄວາມຮັກ ຄວາມອົບອຸ່ນໃຫ້ແກ່ລູກແລະຄອບຄົວ,ເພື່ອ ເປັນການບໍ່ໃຫ້ເດັກນ້ອຍເຍົາວະຊົນພົວພັນກັບຢາເສບຕິດ.

- ປັດຈຸບັນມີຄົນຕິດຢາກເສບຕິດເປັນຈໍານວນຫຼາຍໂດຍສະເພາະໃນກຸ່ມເຍົາວະຊົນແລະຊາວຫນຸ່ມ ແລະຈະເຫັນຫຼາຍທີ່ສຸດໃນກຸ່ມເດັກນ້ອຍທີ່ມີອາຍຸປະມານ11-13ປີ ສາເຫດຍ້ອນຖືກຫມູ່ຊັກຊວນໃຫ້ລອງ ດ້ວຍຄວາມຢາກຮູ້ຢາກ ເຫັນແລະສາເຫດອັນສໍາຄັນອີກປະການຫນຶ່ງກໍຄື ການຂາດ ຄວາມອົບອຸ່ນຈາກຄວາມຄົວປັນຫາພໍ່ແມ່ຢ່າຫ້າງກັນ ໃນ ຄວາມຄົວມີການຜິດຖຽງກັນ ພໍ່ແມ່ບໍ່ສົນໃຈເບິ່ງແຍງຫຼືບໍ່ສາມາດເປັນທີ່ເພິ່ງໃຫ້ເດັກໄດ້ ເດັກນ້ອຍກໍອາດຈະເກີດຄວາມນ້ອຍໃຈຄິດຫຼາຍ ບໍ່ມີທີ່ປຶກສາໃນເລື່ອງຕ່າງໆ ເລີຍຫັນໄປເພິ່ງຢາເສບຕິດ.ປັນຫາຂອງຢາເສບຕິດເປັນບັນຫາທີ່ໃຫຍ່ ແລະ ຮ້າຍແຮງຕໍ່ກັບຄອບຄົວ ສັງຄົມແລະປະເທດຊາດ. ນອກຈາກມັນບໍ່ມີຜົນດີຫຍັງແລ້ວ ມັນຍັງທໍາຮ້າຍໂຕຂອງເຮົາ ເອງທໍາຮ້າຍສຸຂະພາບທັງທາງຮ່າງກາຍແລະຈິດໃຈອີກດ້ວຍ. ຢາເສບຕິດມີຫຼາຍຊະນິດເຊັ່ນ: ຝຸ່ນ,ຢາໄອ,ເຮໂລອິນ,ກັນຊາ,ຢາບ້າ,ຢາອີ,ຢາກະຕຸ້ນປະສາດແລະອີກຫຼາຍຊະນິດ ແຕ່ລະຊະນິດລ້ວນແຕ່ກໍໃຫ້ເກີດຜົນຮ້າຍຕໍ່ສຸຂະພາບ.ຢາເສບຕິດມັນໄດ້ເຮັດໃຫ້ສຸຂະພາບຊຸດໂຊມອ່ອນແອ,ຄວາມຈໍາເສື່ອມ,ເສຍບຸກຄະລິກກະພາບ,ເປັນບ້າເສຍຈິດ ແລະສົ່ງຜົນ ຮ້າຍແຮງເຖິງຂັ້ນເສຍຊີວິດ.ຢາເສບຕິດນອກຈາກຈະເປັນການແກ້ໄຂບັນຫາດັ່ງກ່າວໂດຍການປາບປາມ ປ້ອງກັນ ບໍ່ ແມ່ນແຕ່ເປັນຫນ້າທີ່ຂອງຕໍາຫຼວດ=ທະຫານ ພຽງຢ່າງດຽວທີ່ຈະສາດມາດຢຸດລະງັບທຸກຢ່າງໄດ້ ແຕ່ມັນເປັນຫນ້າທີ່ຂອງທຸກໆຄົນໃນປະເທດທີ່ຈະຊ່ວຍກັນປົກປັກຮັກສາແລະປ້ອງກັນໃຫ້ ເຖິງທີ່ສຸດ.ແຕ່ການປາບປາມກໍເປັນພຽງການແກ້ບັນຫາສຸກ ເສີນເທົ່ານັ້ນການແກ້ບັນຫາທີ່ຕົ້ນເຫດຄືການປ້ອງກັນຢາ ເສບຕິດ ໂດຍການເຜີຍແພ່ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍແລະ ໂທດຂອງຢາເສບຕິດ ໃຫ້ແກ່ປະຊາຊົນ ຄູອາຈານ ພໍ່ແມ່ ຜູ້ປົກຄອງເດັກແລະເຍົາວະຊົນ ໂດຍສະເພາະພໍ່ແມ່ຜູ້ປົກຄອງຈະຕ້ອງເອົາໃຈໃສ່ລູກຫຼານຂອງຕົນເອງໃຫ້ເຖິງທີ່ສຸດ ໃຫ້ຄວາມ ຮັກຄວາມອົບອຸ່ນແກ່ຄອບຄົວເປັນທີ່ເພິ່ງຂອງເດັກໄດ້ ເມື່ອ ເດັກມີປັນຫາ ເຮົາຊ່ວຍແກ້ປັນຫາເປັນທີ່ປຶກສາໃຫ້ເດັກໃຊ້ ເຫດຜົນ ບໍ່ຄວນໃຊ້ອາລົມເປັນຫລັກ ເພາະຖ້າຫາກເຮົາໃຊ້ອາລົມເດັກນ້ອຍອາດຈະຍິ່ງຄິດຫຼາຍ ມີຄວາມນ້ອຍເນື້ອຕໍາໃຈ ກຸ້ມໃຈແລະຫນີອອກຈາກບ້ານເຮືອນໄປເພິ່ງຢາເສບຕິດແລະ ເສຍອະນາຄົດໃນທີ່ສຸດ.ດັ່ງຄໍາເວົ້າຄໍາຫນຶ່ງທີ່ວ່າ"ເຍົາວະຊົນ ຄືອະນາຄົດຂອງຊາດ ຢ່າໃຫ້ຕົກເປັນທາດ ຂອງຢາເສບຕິດ".ເພາະສະນັ້ນເຮົາຄວນຫຼີກລ້ຽງບໍ່ເຂົ້າໄປຍຸ້ງກ່ຽວກັບມັນ ສິ່ງເຫຼົ່ານີ້ມີແຕ່ໃຫ້ໂທດແກ່ຄົນເຮົາຍັງນໍາພາຄວາມວຸ້ນວາຍ ມາໃຫ້ສັງຄົມແລະປະເທດຊາດອີກດ້ວຍ.ເຮົາຄວນຫັນປ່ຽນ "ເສຍເຫື່ອ ໃຫ້ກິລາ ດີກວ່າເສຍນໍາ້ຕາໃຫ້ຢາເສບຕິດ".

 

วันอาทิตย์ที่ 25 ตุลาคม พ.ศ. 2563

ນິທານ

Ø ຊຽງຫມ້ຽງ

 

ເຊົ້າຫນຶ່ງ    ພຽງຢ່າງຍ້າຍ    ເລາະທົ່ງຄົນດຽວ

               ຫາປູປາ            ຢູ່ຫນອງແຄມບ້ານ

ຍາມນັ້ນ     ຊຽງແສນຮ້ອນ     ຊອນເຊົາຊົ້ນຮົ່ມ

              ແດດແກ່ກ້າ        ນອນກ້ອງຮົ່ມໄຮ

ພໍເມື່ອ       ຫຼັບເຊື້ອບແລ້ວ     ຈວນຈື່ຄວາມຝັນ

              ສຽງໂຮແຊວ         ລັ່ນລືດັງກ້ອງ

             ຂະບວນນ້ໍາ           ເດິນມາຕາມທົ່ງ

ພະຍາ       ລົງຈາກມ້າ           ຈາຕ້ານຕໍ່ຊຽງ ຊຽງເອີຍ

              ຄັນແມ່ນເຈົ້າ         ເລ້ລ່ຽມຫຼັກແຫຼມ

              ລອງຕົວະ             ລູ່ລົງຫນອງນ້ຳຄັນວ່າ

              ໂຕຕົວະໄດ້           ຊັບສິນມີຄ່າ

              ຍໍຍົກໃຫ້          ໄປບ້ານບໍ່ຂີນ ດອກນາ

ແຕ່ນັ້ນ      ຊຽງກ່າວຕ້ານ         ຈາຕໍ່ພະຍາເມືອງ

              ຂໍອາໄພອົງ             ພໍ່ພະຍາເປັນເຈົ້າ

              ແນວຮຽມນີ້           ຕົວະລົງເລີງຍາກ

ແຕ່ຫາກ     ຕົວະທ່ານຂື້ນ         ຄົງໄດ້ງ່າຍດາຍ

ທ່ານເອີຍ    ພະຍາ ບໍ່ຊັກຊ້າ       ລຸຍລູລົງຫນອງ

               ເຫຼືອບຕາແນມ       ບອກຊຽງຕົວະຂື້ນ

 ແຕ່ແລ້ວ    ຊຽງຫົວຍຸ້ມ          ເສີຍເມີຍເວົ້າວ່າ

ຕົວທານ     ລົງຮຽບຮອຍ         ຊິນອນຫັ້ນ    ກະຊ່າງຕາມ

SIPASERT

 


ທຳມະສອນໃຈ

  ຊີວິດ ແລະ ສັດຈະທໍາຂອງຊີວິດ: ຄົນເຮົາເກີດມາພຽງແຕ່ຕົວ ບາດໄປກໍ່ພຽງ ແຕ່ຕົວ ນັ້ນຄືສັດຈະທໍາ ອັນທ່ຽງແທ້. ຊີວິດຄົນເຮົາບໍ່ວ່າສັ້ນຫຼືຍາວ , ຈະຕ່ໍາຕ້...